ການເຄື່ອນໄຫວສັບປະດາວັດທະນະທຳຫວຽດນາມຢູ່ແບນຊິກ
|
(vovworld)- ສັບປະດາວັດທະນະທຳຫວຽດນາມຢູ່ແບນຊິກພວມຖືກຈັດຂຶ້ນຢູ່ສູນວັດທະນະທຳ Silly ປະເທດແບນຊິກແຕ່ວັນທີ 10-19/10. ໃນວັນທີ 12/10, ໄດ້ຈັດການສາຍຟິມຮູບເງົາເອກະສານຂອງນັກຜະລິດ Jean – Marc Turine ກ່ຽວກັບທາດພິດສີສົ້ມຢູ່ຫວຽດນາມ ແລະ ການໂອ້ລົມສົນທະນາກ່ຽວກັບຮູບເງົານີ້. ກ່ອນນັ້ນ, ມີການເຄື່ອນໄຫວຫຼາຍຢ່າງຄື ງານວາງສະແດງພາບແຕ້ມ, ການສະແດງຕີກອງ, ແນະນຳຮູບຖ່າຍກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ, ສອນວິທີປຸ່ງແຕ່ງອາຫານ ແລະ ຊິມອາຫານຫວຽດນາມ...... ອັນໄດ້ດຶງດູດຄວາມສົນໃຈເປັນພິເສດຂອງຊາວແບນຊິກ. ໃນໄລຍະດຳເນີນສັບປະດາວັດທະນະທຳຫວຽດນາມ, ກໍໄດ້ຈັດການພົບປະສົນທະນາກ່ຽວກັບຫວຽດນາມໂດຍຜ່ານການແນະນຳຮູບເງົາກ່ຽວກັບຮ່າໂນ້ຍ, ໄຊງ່ອນເມື່ອກ່ອນນີ້, ທິດທັດທຳມະຊາດທີ່ສວຍງາມຂອງອ່າວຫ້າລອງ, ກຸ່ງເກົ່າເຫ້ວ, ຄຸ້ມເມືອງເກົ່າໂຫ້ຍອານ....