ວັນທີ 1/1, ທ່າກ່ຳປັ່ນ ກວາງນິງ ຈັດພິທີເລີ່ມຂົນຖ່າຍສິນຄ້າຖ້ຽວທຳອິດໃນປີ 2012. ປີ 2012, ທ່າກ່ຳປັ່ນ ກວາງນິງ ສູ້ຊົນບັນລຸຍອດປະລິມານສິນຄ້າຂົນສົ່ງຜ່ານທ່າກ່ຳປັ່ນແມ່ນ 7,5 ລ້ານໂຕນ, ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີ 2011.
ຕອນເຊົ້າວັນທີ 1/1, ພະແນກວັດທະນະທຳ ກິລາ ແລະທ່ອງທ່ຽວ ແຂວງ ກວາງນິງ ໄດ້ຕ້ອນຮັບ ແລະມອບດອກໄມ້ ອວຍພອນບັນດານັກທ່ອງທ່ຽວທຳອິດທີ່ມາຢ້ຽມຢາມອ່າວ ຮ້າລອງໃນປີ 2012. ໃນມື້ທຳອິດຂອງປີ, ທ່າກ່ຳປັ່ນທ່ອງທ່ຽວ ບ້າຍໄຈ໋ ໄດ້ຕ້ອນຮັບນັກທ່ອງທ່ຽວຈີນ, ຍີ່ປຸ່ນ ແລະ ນັກທ່ອງທ່ຽວຫຼາຍປະເທດຂອງ ໄຊງ່ອນຕູຮິດ 3 ຄະນະ ມາຢ້ຽມຢາມອ່າວ ຮ້າລອງ. ປີ 2012, ແຂວງ ກວາງນິງສູ້ຊົນດຶງດູດນັກທ່ອງທ່ຽວມາຢ້ຽມຢາມໃຫ້ໄດ້ 7 ລ້ານເທື່ອຄົນ ແລະ ບັນລຸລາຍຮັບ 4.000 ຕຶ້ດົ່ງ.
ສ່ວນປ່າສະຫງວນ ຟອງຍາແກບ່າງ, ແຂວງ ກວາງບິ່ງ ໄດ້ຕ້ອນຮັບບັນດານັກທ່ອງທ່ຽວຜູ້ທຳອິດໃນປີ 2012. ນັກທ່ອງທ່ຽວມາຈາກໄທ ແມ່ນນັກທ່ອງທ່ຽວຜູ້ທີ 3 ລ້ານ ມາຢ້ຽມຢາມມໍລະດົກທຳມະຊາດ ໂລກ ປ່າສະຫງວນ ຟອງຍາແກບ່າງ.