ບັນດາປະເທດສົ່ງລົດການທະຫານຂະໜາດໜັກໃຫ້ຝ່າຍຄ້ານ ຊີຣີ

ບັນດາປະເທດສົ່ງລົດການທະຫານຂະໜາດໜັກໃຫ້ຝ່າຍຄ້ານ ຊີຣີ - ảnh 1
ຝ່າຍຄ້ານຢູ່ ຊີຣີ
(ພາບ:AFP)

(​vovworld) – ວັນ​ທີ 23/6, ຈໍ​ແດນ ​​ໄດ້ອະນຸຍາດໃຫ້​​ຂົນ​ສົ່ງ​​ບັນດາ​ລົດ​ການທະຫານຂະໜາດໜັກໃຫ້​ກຳລັງ​ຝ່າ​ຍຄ້ານຢູ່ ຊີຣີຜ່ານ​ຊາຍ​ແດນ​ປະ​ເທດ​ນີ້. ບັນດາ​ລົດ​ການ​ທະຫານ​ນີ້ໂດ​ຍບັນ​ດາ​ປະ​ເທດ ​ເອີ​ລົບ ​ແລະ ບັນດາ​ປະ​ເທດ​ອື່ນ​ມອບ​ໂອນ. ບັນດາ​ສິນຄ້າທີ່​ໄດ້​ສົ່ງ​ເຖິງ ຊີຣີ ລວມມີ: ລົດ​ຕັງ 100 ຄັນ, ອາວຸດ ​ແລະ ລູກກະສຸນ ພ້ອມ​ກັບ​ບັນດາ​ອຸປະກອນ​ອື່ນ​ໆ​ອີກ. ​ແຫຼ່ງ​ຂ່າວ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ກອງ​ປະຊຸມ “ບັນດາ​ເພື່ອນ​ມິດ​ຂອງ ຊີຣີ”  ຖະ​ແຫຼ​ງຈະ​ສະໜອງ​ທຸກ​ໆອຸປະກອນ​ທີ່​ຈຳ​ເປັນ​ໃຫ້​ແກ່​ຝ່າຍ​ຄ້ານຢູ່ ຊີຣີ ​ໃນ​ທັນທີ.

ຂ່າວ/ບົດ​ອື່ນ