ບັນດາປະເທດອາຊຽນຕາເວັນອອກ ປຶກສາຫາລືຄວາມສາມາດສ້າງຕັ້ງເຂດ ເສດຖະກິດພິເສດ

ບັນດາປະເທດອາຊຽນຕາເວັນອອກ ປຶກສາຫາລືຄວາມສາມາດສ້າງຕັ້ງເຂດ ເສດຖະກິດພິເສດ - ảnh 1
( ພາບປະກອບ )

( vovworld ) –   ​ໃນ​ຂອບ​ເຂດ​ກອງ​ປະຊຸມພາກ​ພື້ນຈະ​ເລີ​ນ​ເຕີບ​ໂຕຂອງອາ​ຊຽນຕາເວັນ​ອອກ​ ( EAGA ), ​ຖືກດຳ​ເນີນ​ໄປລະຫວ່າງ​ວັນ​ທີ 14 – 16/5 ຢູ່​ນະຄອນ Balickpapan ຂອງ ອີນ​ໂດ​ເນ​​ເຊຍ ນັ້ນ, ບັນດາ​ປະ​ເທດ​ສະມາ​ຊິກ​​ເຊິ່ງລວມມີ ອີນ​ໂດ​ເນ​​ເຊຍ, ມາ​ເລ​​ເຊຍ, ບູ​ໄນ ​ແລະ ຟີລິບ​ປີນ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ສາມາດ​ສ້າງ​ຕັ້ງ​ເຂດ​ເສດຖະກິດ​ພິ​ເສດ​ຢູ່​ບັນດາ​ເຂດ​ຊາຍ​ແດນ. ຕາມ​ທ່ານ Gellywn Jusuf, ​ເລຂາທິການ​ໃຫຍ່​ກະຊວງ​ທະ​ເລ ​ແລະ ອາຊີບປະມົງອີນ​ໂດ​ເນ​ເຊຍ ​ແລ້ວ, ການ​ເຄື່ອນ​ໄຫວຮ່ວມ​ມືຢູ່​ບັນດາ​ເຂດ​ຊາຍ​ແດນ​ລະ​ຫວ່າງ​ບັນດາປະ​ເທດ​ສະມາຊິກ​ຂອງ EAGA ຍັງ​ຈຳກັດ​ຢູ່, ບໍ່​ສາມາດ​ເສີມ​ຂະຫຍາຍ​ໄດ້​ຄວາມ​ສາມາດ​ບົ່ມຊ້ອນ​ທີ່​ມີ​ຢູ່​ແລ້ວ. ​ເພາະສະ​ນັ້ນ, ​ເລື່ອງ​ສ້າງ​ຕັ້ງ​​ເຂດ​ເສດຖະກິດ​ພິ​ເສດຢູ່​ທີ່​ນີ້​ແມ່ນ​ຈຳ​ເປັນທີ່​ສຸດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື, ລົງທຶນ ​ແລະ ການ​ຄ້າ​ໃນ​ພາກ​ພື້ນ. ​ຕາມ​ທ່ານ Gellywn Jusuf ​ແລ້ວ, ຂໍ້​ລີ​ເລີມ​ດັ່ງ​ກ່າວ​ຈະ​ໄດ້​ຮັບ​ການ​ປຶກສາ​ຫາລື​​ຈາກ 4 ປະ​ເທດ​ສະມາ​ຊິກ ອີ່ງ​​ບົນຫຼັກການ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນແລະ ຮັບປະກັນ​ສິດຜົນປະ​ໂຫຍ​ດຂອງ​ແຕ່ລະ​ຝ່າຍ.

ຂ່າວ/ບົດ​ອື່ນ