ບັນດາຝ່າຍກະກຽມໃຫ້ຮອບເຈລະຈາສັນຕິພາບໃໝ່ກ່ຽວກັບສັນຕິພາບ ຊີຣີ

(VOVWORLD) - ວັນທີ 09 ກໍລະກົດ, ຄະນະປະຕິບັດງານລັດຖະບານ ຊີຣີ, ໂດຍທ່ານ Bashar Al Jafari ເອກອັກຄະລັດຖະທູດ ຊີຣີ ປະຈຳ ສະຫະປະຊາຊາດ ນຳໜ້າໄດ້ໄປຮອດ ເຊີແນວ ປະເທດ ສະວິດ
ບັນດາຝ່າຍກະກຽມໃຫ້ຮອບເຈລະຈາສັນຕິພາບໃໝ່ກ່ຽວກັບສັນຕິພາບ ຊີຣີ - ảnh 1ທ່ານ Bashar Al Jafari ເອກອັກຄະລັດຖະທູດ ຊີຣີ ປະຈຳ ສະຫະປະຊາຊາດ (ພາບ:AFP) 

ເພື່ອກະກຽມໃຫ້ຮອບເຈລະຈາໃໝ່ ເຊິ່ງໄດ້ຮັບການອຸປະຖຳຈາກສະຫະປະຊາຊາດ, ແນໃສ່ຊອກຫາມາດຕະການແກ້ໄຂດ້ານການເມືອງ ໃຫ້ແກ່ວິກິດການຢູ່ປະເທດຕາເວັນອອກກາງນີ້. ຜູ້ຕາງໜ້າຄະນະປະຕິບັດງານພັກຝ່າຍຄ້ານເຂົ້າຮ່ວມການເຈລະຈາສັນຕິພາບ ກໍ່ມີໜ້າຢູ່ ເຊີແນວ, ສະແດງຄວາມວຫວັງກ່ຽວກັບບາດກ້າວບຸກທະລຸໃນຮອບເຈລະຈາສັນຕິພາບຄັ້ງນີ້ ພ້ອມທັງຊົມເຊີຍຄຳສັ່ງຢຸດຍິງຢູ່ທິດໃຕ້ຕາເວັນຕົກສ່ຽງໃຕ້ ຊີຣີ ແລະ ຖືວ່າ: ຄວນດຳເນີນບັນດາຄຳສັ່ງຢຸດຍິງຄືດັ່ງກ່າວໃນທົ່ວປະເທດ ຊີຣີ ຕື່ມອີກ. ຄາດວ່າ: ທີ່ຮອບເຈລະຈາສັນຕິພາບຄັ້ງທີ 7 ນີ້, ຜູ້ຕາງໜ້າລັດຖະບານ ຊີຣີ ກໍ່ຄືພັກຝ່າຍຄ້ານຈະດຳເນີນບັນດາການເຈລະຈາທາງອ້ອມ ໂດຍຜ່ານສະຫະປະຊາຊາດ ເປັນຄົນກາງໄກເກ່ຍ ດ້ວຍຈຸດໝາຍບັນລຸມາດຕະການແກ້ໄຂຮອບດ້ານ, ຜ່ານນັ້ນ ຢຸດຕິການປະທະກັນຢູ່ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ