ບາດກ້າວກະໂດດຂັ້ນໃນການເຈລະຈາອາຍແກຼດລະຫວ່າງລັດເຊຍ-ຢູແກຼນ
ພາບປະກອບ
(vovworld) – ລັດເຊຍ ກຽມພ້ອມເຊື່ອມຕໍ່ເລື່ອງສະໜອງອາຍແກຼດໃຫ້ ຢູແກຼນ ຖ້າຫາກ ກີແອບ ໃຊ້ໜີ້ບ້ວງເງິນຊື້ ອາຍແກຼດທີ່ມີມຸນຄ່າ 3,1 ຕື້ USD ໃຫ້ກຸ່ມບໍລິສັດພະລັງງານ ລັດເຊຍ Gazprom ຕາມການກຳນົດເວລາໃນທ້າຍເດືອນ 12 ຈະມາເຖິງ. ຖະແຫຼງການດັ່ງກ່າວໂດຍຄະນະກຳມະການຮັບຜິດຊອບພະລັງງານຂອງ ສະຫະພາບ ເອີລົບ, ທ່ານ Gunther Oettinger ປະກາດໃນວັນທີ 26/9 ພາຍຫຼັງການພົບປະກັບລັດຖະມົນຕີພະລັງງານ ລັດເຊຍ ແລະ ຢູແກຼນ ຢູ່ ແບກລີນ, ປະເທດ ເຢຍລະມັນ. ຕາມຂໍ້ຕົກລົງຊົ່ວຄາວກ່ຽວກັບການຊື້-ຂາຍອາຍແກຼດລະຫວ່າງ ລັດເຊຍ ແລະ ຢູແກຼນ ໂດຍສະຫະພາບ ເອີລົບ ສະເໜີ, Gazprom ຈະສະໜອງໃຫ້ ຢູແກຼນ ຢ່າງໜ້ອຍສຸດແມ່ນ 5 ຕື້ແມັດກ້ອນໃນຊຸມເດືອນຈະມາເຖິງ ເພື່ອຕອບສະໜອງຄວາມຕ້ອງການຂອງລະດູໜາວ. ກ່ຽວກັບມາດຕາຊຳລະໜີ້ສິນ, ກີແອບ ຕ້ອງໃຊ້ໜີ້ໃຫ້ Gazprom 2 ຕື້ USD ໃນເດືອນ 10 ຈະມາເຖິງ ແລະ ແຕ່ຕົ້ນເດືອນ 11 ຫາທ້າຍເດືອນ 12/2014 ຈະໃຊ້ໜີ້ຕື່ມອີກ 1,1 ຕື້ USD ພາຍໃຕ້ການຮັບປະກັນຂອງກອງທຶນເງິນຕາສາກົນ. ທ່ານລັດຖະມົນຕີກະຊວງພະລັງງານ ລັດເຊຍ Alexander Novak ຮັບຮູ້ວ່າ: ຂໍ້ຕົກລົງຊົ່ວຄາວໂດຍ ອີຢູ ເປັນຄົນກາງໄກ່ເກ່ຍນີ້ ໄດ້ຮັບຖືວ່າແມ່ນພື້ນຖານໃຫ້ແກ່ມາດຕະການສະໜອງ ອາຍແກຼນ ໃຫ້ ຢູແກຼນ ໃນລະດູໜາວປີນີ້.