ປຸກລະດົມການເສັງສາລະຄະດີ“ຂະແໜງສາທາລະນະສຸກຫວຽດນາມ60 ປີແຫ່ງການປະຕິບັດຕາມຄຳສັ່ງສອນ ຂອງປະທານໂຮ່ຈິມິນ”

ປຸກລະດົມການເສັງສາລະຄະດີ“ຂະແໜງສາທາລະນະສຸກຫວຽດນາມ60 ປີແຫ່ງການປະຕິບັດຕາມຄຳສັ່ງສອນ ຂອງປະທານໂຮ່ຈິມິນ” - ảnh 1
ພິ​ທີ​ປຸກ​ລະ​ດົມ​ການ​ເສັງ​ສາ​ລະ​ຄະ​ດີດ້ວຍ​ຫົວ​ຂໍ້ “ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ - 60 ປີ​ແຫ່ງ​ການປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ສອນ​ ຂອງ​ປະ​ທານ​ໂຮ່​ຈິ​ມິນ”
(ພາບ: baomoi.com)

 (vovworld)-​​​ ຕອນ​ເຊົ້າ, ວັນ​ທີ 8/9, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄດ້​ສົມ​ທົບ​ ​ກັບ​​ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ ຈັດ​ຕັ້ງ​ພິ​ທີ​ປຸກ​ລະ​ດົມ​ການ​ເສັງ​ສາ​ລະ​ຄະ​ດີດ້ວຍ​ຫົວ​ຂໍ້ “ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ - 60 ປີ​ແຫ່ງ​ການປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ສອນ​ ຂອງ​ປະ​ທານ​ໂຮ່​ຈິ​ມິນ”. ການ​ເສັງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ສະ​ເຫຼີມ​ສະຫຼອງ 60 ປີ ແຫ່ງວັນ​ປະ​ທານ​ໂຮ່​ຈິ​ມິນ​ຝາກ​ຈົດ​ໝາຍ​ເຖິງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ ແລະ ໄດ້​ຖື​ເອົາ​ເປັນ​ວັນ​ແພດ​ໝໍຫວຽດ​ນາມ 27/2 . ເປົ້າ​ໝາຍ​ເຂົ້າ​ຮ່ວມ​ການ​ເສັງ​ແມ່ນ​ພົນ​ລະ​ເມືອງ​ຫວຽດ​ນາມ​ທີ່​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ຫວຽດ​ນາມ ແລະ ຕ່າງ​ປະ​ເທດ ກໍ່​ຄື​ຜູ້​ທີ່​ຖື​ສັນ​ຊາດ​ຕ່າງ​ປະ​ເທດ​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ຫວຽດ​ນາມ. ໄລ​ຍະເວ​ລາ​ທີ່​ສົ່ງ​ບົດ​ເສັງ​ເລີ່ມ​ແຕ່​ວັນ​ທີ 10/9 ຫາ ວັນ​ທີ 25/12 . ສາ​ລະ​ຄະ​ດີເຂົ້າ​ຮ່ວມ​ການ​ເສັງ​ແມ່ນ​ສຸ​ມ​ໃສ່​ສ່ອງ​ແສງ​ບັນ​ດາ​​​ແບບ​ຢ່າງ​ດີ​ເດັ່ນ​ໃນ​ວຽກ​ງານ​ຕ້ານໂລກ​ລະ​ບາດ, ກວດ​ກາ ແລະ ປິ່ນ​ປົ່ວ​ພະ​ຍາດ, ຜະ​ລິດ​ການ​ຢາ, ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ ແລະ ບຳ​ລຸງ​ສ້າງ. ຄະ​ນະ​ຈັດ​ຈັ້ງ​ການ​ເສັງ​ດັ່ງ​ກ່າວ​ຈະ​ມອບ ລາງວັນ​ທີ 1 ຈຳ​ນວນ 1 ລາງວັນ, ລາງວັນ​ທີ 2 ຈຳ​ນວນ 2 ລັງ​ວັນ, ລາງວັນ​ທີ 3 ຈຳ​ນວນ 3 ລາງວັນ. ໃນ​ນັ້ນ, ລາງວັນ​ທີ 1 ມີມູນ​ຄ່າ​ເຖິງ 20 ລ້ານ​ດົງ.

ຂ່າວ/ບົດ​ອື່ນ