ປີປະສົບຜົນສຳເລັດກ່ຽວກັບບັນດາດັດຊະນີເສດຖະກິດມະຫາພາກດ້ວຍສະຖິຕິໃໝ່ບັນດາຕົວເລກ

(VOVWORLD) - ນີ້ແມ່ນການຕີລາຄາຂອງບັນດາສະມາຊິກສະພາໃຫ້ຄຳປຶກສານະໂຍບາຍດ້ານການເງິນ, ເງິນຕາແຫ່ງຊາດທີ່ວາລະປະຊຸມກາຍປີ, ໃນວັນ 26 ທັນວາ, ຢູ່ ຮ່າໂນ້ຍ.
 
ປີປະສົບຜົນສຳເລັດກ່ຽວກັບບັນດາດັດຊະນີເສດຖະກິດມະຫາພາກດ້ວຍສະຖິຕິໃໝ່ບັນດາຕົວເລກ - ảnh 1ທ່ານ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ

ປີ 2017 - ປີປະສົບຜົນສຳເລັດກ່ຽວກັບບັນດາດັດຊະນີເສດຖະກິດມະຫາພາກດ້ວຍສະຖິຕິໃໝ່ບັນດາຕົວເລກ. ນີ້ແມ່ນການຕີລາຄາຂອງບັນດາສະມາຊິກສະພາໃຫ້ຄຳປຶກສານະໂຍບາຍດ້ານການເງິນ, ເງິນຕາແຫ່ງຊາດທີ່ວາລະປະຊຸມກາຍປີ, ໃນວັນ 26 ທັນວາ, ຢູ່ ຮ່າໂນ້ຍ.

        ປີ 2017, ທົ່ວປະເທດໄດ້ສຳເລັດ ແລະ ລື່ນກາຍແຜນການກ່ຽວກັບບັນດາຕົວເລກຄາດໝາດ້ານເສດຖະກິດ, ສັງຄົມຄື: ວົງເງິນຂາເຂົ້າ - ຂາອອກບັນລຸລະດັບ 410 ຕື້ USD; ສ້າງຕັ້ງວິສາຫະກິດໄດ້ກວ່າ 120.000 ແຫ່ງ; ດຶງດູດນັກທ່ອງທ່ຽວສາກົນເກືອບ 13 ລ້ານຄົນ, ທັງສາມເຂດເສດຖະກິດລ້ວນແຕ່ເຕິີບໂຕເປັນຢ່າງດີດ້ວຍກຳລັງໜູນຊັກຈູງແມ່ນ ອຸດສະຫາກຳປຸງແຕ່ງ, ປະດິດສ້າງ, ບຸລິມະສິດ ແລະ ທ່ອງທ່ຽວ; ສະພາບແວດລ້ອມແຫ່ງການລົງທຶນ - ດຳເນີນທຸລະກິດຂອງ ຫວຽດນາມ ເພີ່ມຂຶ້ນ 14 ຂັ້ນ.

        ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານ ເວືອງດີ່ງເຫ້ວ ຮອງນາຍົກລັດຖະມົນຕີ, ປະທານສະພາໃຫ້ຄຳປຶກສານະໂຍບາຍດ້ານການເງິນ, ເງິນຕາແຫ່ງຊາດ, ຊີ້ແຈ້ງວ່າ:

        “ຂະພະເຈົ້າສະເໜີບັນດາສະມາຊິກສະພາຕີລາຄາກົງໄປກົງມາ ແລະ ຮັບຮູ້ບັນດາຜົນສຳເລັດ, ຂໍ້ຈຳກັດເພື່ອຖອດຖອນບົດຮຽນ. ພິເສດແມ່ນຄວນໄຈ້ແຍກຢ່າງລະອຽດລະສະພາບດ້ານເສດຖະກິດພາຍໃນ ແລະ ພາຍນອກໃນປີ 2018, ມີຄຳເຫັນໃຫເຄຳປຶກສາກັບລັດຖະບານ, ນາຍົກລັດຖະມົນຕີເພື່ອບໍລິຫານເສດຖະກິດມະຫາພາກເວົ້າລວມ ແລະ ນະໂຍບາຍປີການເງິນເງິນຕາໃນປີ 2018, ເປັນພື້ນຖານເພື່ອປະຕິບັດມະຕິເລກທີ່ 01 ຂອງ ລັດຖະບານ, ພາຍຫຼັງກອງປະຊຸມໂດຍກົງທາງເຄືອຂ່າຍອີນເຕີແນັດທົ່ວປະເທດ, ທ່ານນາຍົກລັດຖະມົນຕີ ຈະມີຄຳເຫັນສຸດທ້າຍ, ລົງນາມ ແລະ ປະກາດໃຊ້ໃນປີ 2018.”

ຕອບກັບ

ຂ່າວ/ບົດ​ອື່ນ