ປະກາດກົນໄກປະຕູດຽວແຫ່ງຊາດລະຫວ່າງກະຊວງການເງິນແລະກະຊວງອຸດສາຫະກຳການຄ້າ

ປະກາດກົນໄກປະຕູດຽວແຫ່ງຊາດລະຫວ່າງກະຊວງການເງິນແລະກະຊວງອຸດສາຫະກຳການຄ້າ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ
ພາບ:tapchitaichinh.vn

(vovworld)-​ ​​ຕອນ​ເຊົ້າ​ວັນ​ທີ 25/12 ຢູ່ ຮ່າ​ໂນ້ຍ, ກົມ​ໃຫຍ່​ພາ​ສີ, ກະ​ຊວງ​ການ​ເງິນ ຈັດ​ຕັ້ງ​ພິ​ທີ​ປະ​ກາດ​ກົນ​ໄກ​ປະ​ຕູ​ດຽວ​ແຫ່ງ​ຊາດ​ສຳ​ລັບ​ບັນ​ດາ​ລະ​ບຽບ​ການ​ບໍ​ລິ​ຫານ​ລະ​ຫວ່າງ​ກະ​ຊວງ​ການ​ເງິນ ແລະ ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ. ກ່າວ​ຄຳ​ເຫັນ​ທີ​ພິ​ທີ​ປະ​ກາດ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ, ຫົວ​ຫນ້າ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ກົນ​ໄກ​ປະ​ຕູ​ດຽວ ອາ​ຊຽນ ແລະ ກົນ​ໄກ​ປະ​ຕູ​ດຽວ​ແຫ່ງ​ຊາດ ສະ​ເຫນີ​ ບັນ​ດາ​ກະ​ຊວງ​ທີ່​ໄດ້​ເຊື່ອມ​ຕໍ່​ກົນ​ໄກ​ປະ​ຕູ​ດຽວ​ແຫ່ງ​ຊາດ ສືບ​ຕໍ່​ສ້າງ​ກົດ​ລະ​ບຽບ​ສົມ​ທົບ ຈາກນັ້ນ​ເປັນ​ຫລັກ​ຖານ​ດ້ານ​ກົດ​ໝາຍ​ເພື່ອ​ຜັນ​ຂະ​ຫຍາຍ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຂໍ້​ຕິດ​ຂັດ​ເພື່ອ​ປະ​ຕິ​ບັດ​ວຽກ​ງານ​ດັ່ງ​ກ່າວ​​ໃນ​ໄລ​ຍະ​ຈະ​ມາ​ເຖິງເປັນ​ຢ່າງ​ດີ.

ຕາມ​ວິ​ວັດ​ການ​ແລ້ວ, ແຕ່​ເດືອນ 6/2015 ຫວຽດ​ນາມ​ຈະ​ເຊື່ອມ​ຕໍ່​ບັນ​ດາ​ລະ​ບຽບ​ການ​ບໍ​ລິ​ຫານ​ຂອງ​ບັນ​ດາ​ກະ​ຊວງ ກຽມ​ພ້ອມ​ເຊື່ອມ​ຕໍ່​ກົນ​ໄກ​ປະ​ຕູ​ດຽວ​ອາ​ຊຽນ ແລະ ແຕ່​ປີ 2016 ເປັນ​ຕົ້ນ​ໄປ ເປ​ີດກວ້າງ​ການ​ເຊື່ອມ​ຕໍ່​ບັນ​ດາ​ລະ​ບຽບ​ການ​ບໍ​ລິ​ຫານ​ອອກ​ຫນັງ​ສື​ອະ​ນຸ​ຍາດ​ສຳ​ລັບ​ສິນ​ຄ້າ​ນຳ​ເຂົ້າ​ສົ່ງ​ອອກ, ຜ່ານ​ແດນ ຂອງ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ທີ່​ຍັງ​ເຫລືອ.

ພາຍ​ຫລັງ​ພິ​ທີ​ປະ​ກາດ, ທ່ານ​ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ກ່ຽວ​ກັບ​ວຽກ​ງານ​ປີ 2014, ຜັນ​ຂະ​ຫຍາຍ​ຫນ້າ​ທີ່​ປີ 2015 ຂອງ​ກົມ​ໃຫຍ່​ພາ​ສີ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ ກົມ​ໃຫຍ່​ພາ​ສີ ສືບ​ຕໍ່​ຍູ້​ແຮງ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ເພີ່ມ​ທະ​ວີ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ເຂົ້າ​ໃນ​ວຽກ​ງານ​ວິ​ຊາ​ສະ​ເພາະ​ໃຫ້​ມີ​ປະ​ສິດ​ທິ​ຜົນ.

ຂ່າວ/ບົດ​ອື່ນ