ປະກາດບົດລາຍງານການພັດທະນາມະນຸດທົ່ວໂລກປີ 2014
(ປະກາດບົດລາຍງານການພັດທະນາມະນຸດທົ່ວໂລກປີ 2014)
(vovworld) – ບົດລາຍງານການພັດທະນາມະນຸດທົ່ວໂລກປີ 2014 ໄດ້ຮັບການປະກາດໃນວັນທີ 11/09, ຢູ່ຮ່າໂນ້ຍ, ດ້ວຍຫົວຂໍ້ວ່າ “ຮັກສາຜົນງານພັດທະນາມະນຸດ: ຫຼຸດຜ່ອນໄພຖືກຄວາມສ່ຽງ ແລະ ເພີ່ມທະວີການຮັບມື, ຟື້ນຟູ”.
ບົດລາຍງານຊີ້ແຈ້ງວ່າ, ສຳລັບ ຫວຽດນາມ ແມ່ນປະເທດທີ່ມີລາຍຮັບປານກາງ ຫາກໍ່ພົ້ນເດັ່ນ, ບັນດາຜົນງານທີ່ບັນລຸໄດ້ແມ່ນໜ້າຮັບຮູ້ ແຕ່ບັນດາຄວາມສ່ຽງປະກົດຂຶ້ນໃໝ່ ຍ້ອນຜົນກະທົບຈາກການອົບພະຍົບ, ການຫັນເປັນຕົວເມືອງ, ພົນລະເມືອງທີ່ມີອາຍູສູງ, ການປ່ຽນແປງຂອງສັງຄົມ… ບັນດາຄວາມກົດດັນເພີ່ມຂຶ້ນຍ້ອນການພົວພັນແລກປ່ຽນກັບພື້ນຖານເສດຖະກິດໂລກຫຼາຍກວ່າ. ການປະຕິຮູບບໍ່ທ່ວງທັນກັບການປ່ຽນແປງໃນຂົງເຂດເສດຖະກິດ, ທີ່ຕັ້ງດ້ານພູມສາດນຳມາເຊິ່ງຄວາມສະດວກ ແຕ່ກໍໄດ້ກໍ່ຄວາມກົດດັນໃນບັນຫາພູມສາດການເມືອງຄືບັນຫາທະເລຕາເວັນອອກໃນໄລຍະມໍ່ໆມານີ້.
ທ່ານນາງ Pratibaha Mehta, ຫົວໜ້າຜູ້ຕາງໜ້າ UNDP ປະຈຳຫວຽດນາມ ໄດ້ຍົກອອກຄຳກ່າວເຕືອນທີ່ກ່ຽວຂ້ອງເຖິງການຫຼຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດສັງຄົມ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ຕະຫຼາດແຮງງານ. ຕາມນັ້ນແລ້ວ, ລັດຕ້ອງຮັບຜິດຊອບໜ້າທີ່ຮັບປະກັນໃຫ້ຄົນທຸກຍາກ ແລະ ຜູ້ຖືກຄວາມສ່ຽງໄພສູງກວ່າເພີ່ນ, ຄວາມສາມາດສຳພັດກັບການບໍລິການພື້ນຖານ, ຊຸກຍູ້ທັກສະ ແລະ ວິວັດການເຂົ້າຮ່ວມບັນດາວຽກງານທີ່ມີລາຍຮັບຕົວຈິງ. ຕ້ອງສ້າງຕັ້ງລະບົບອຸປະກະລະສັງຄົມຢ່າງກວ້າງຂວາງຮັບປະກັນວິທີທຳມາຫາກິນ ແລະ ຄວາມສາມາດພື້ນຖານ, ລະດັບຄອງຊີບຮອບດ້ານ. ລັດຕ້ອງລົງທຶນປະຕິຮູບລະບອບຈາກລະບົບການບໍລິຫານລັດ, ຄຸ້ມຄອງເພື່ອຮັບມືເປັນຢ່າງດີກວ່າ, ຫຼຸດຜ່ອນຄວາມສ່ຽງ ແລະ ມີຄວາມສາມາດຮັບມືກັບຄວາມສ່ຽງໄພ.