(vovworld) - ຕອນຄຳ່ວັນທີ 6/1, ຢູ່ນະຄອນ ຫາຍຟ່ອງ, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວຫວຽດນາມ, ຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ໄດ້ຈັດຕັ້ງພິທີປະກາດປີທ່ອງທ່ຽວແຫ່ງຊາດເຂດທົ່ງພຽງແມ່ນ້ຳແດງ 2013 ດ້ວຍຫົວຂໍ້ວ່າ “ອະລິຍາທຳແມ່ນ້ຳແດງ”. ກ່າວຄຳເຫັນນະພິທີ, ທ່ານ ຮ່ວາງຕວນແອງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເນັ້ນໜັກວ່າ: ປີທ່ອງທ່ຽວແຫ່ງຊາດ ແມ່ນເຫດການຖືກຈັດຂຶ້ນປະຈຳປີ ເພື່ອແນໃສ່ຊຸກຍູ້ການພັດທະນາການທ່ອງທ່ຽວ, ພ້ອມທັງສ້າງຈຸດທີ່ພົ້ນເດັ່ນ, ຮູບພາບການທ່ອງທ່ຽວຫວຽດນາມ ຕ້ອງຕິດພັນກັບບັນດາເຫດການໃຫຍ່ພາຍໃນປະເທດພົ້ນເດັ່ນຂຶ້ນ, ຕິດພັນການພັດທະນາການທ່ອງທ່ຽວຕ້ອງຕິດພັນກັບການ ພັດທະນາເສດຖະກິດ - ສັງຄົມ. ປີ ທ່ອງທ່ຽວແຫ່ງຊາດເຂດທ່ົງພຽງແມ່ນ້ຳແດງ - ຫາຍຟ່ອງປີ 2013 ແມ່ນໂອກາດເພື່ອໃຫ້ນະຄອນ ຫາຍຟ່ອງ ກໍຄືແຕ່ລະທ້ອງຖິ່ນໃນເຂດ ກຳນົດທິດທາງພັດທະນາການທ່ອງທ່ຽວ, ເພີ່ມທະວີການຮ່ວມສຳພັນລະຫວ່າງເຂດ, ສ້າງລັກສະນະຫຼາຍຮູບຫຼາຍແບບ, ຄວາມແຕກຕ່າງກັນກ່ຽວກັບຜະລິດຕະພັນການທ່ອງທ່ຽວລະຫວ່າງເຂດທ່ົງພຽງແມ່ນ້ຳແດງ ກັບບັນດາເຂດອື່ນໆ ແລະ ປະກອບສ່ວນສ້າງຄວາມແຕກຕ່າງກັນລະຫວ່າງຜະລິດຕະພັນການທ່ອງທ່ຽວຫວຽດນາມ ກັບບັນດາປະເທດໃນພາກພື້ນ.