ປະກາດມະຕິກ່ຽວກັບການສ້າງຕັ້ງກຸ່ມສະມາຊິກສະພາແຫ່ງຊາດຫນຸ່ມ
ທ່ານນາງຕ່ອງທິຟອງ, ກ່າວຄຳເຫັນນະພິທີ
ພາບ:baotintuc.vn
|
(vovworld)- ວັນທີ 27/3, ພິທີປະກາດມະຕິກ່ຽວກັບການສ້າງຕັ້ງກຸ່ມສະມາຊິກສະພາແຫ່ງຊາດຫນຸ່ມຂອງສະພາແຫ່ງຊາດຊຸດທີ 13 ໂດຍຄະນະປະຈຳສະພາແຫ່ງຊາດ ປະກາດໃຊ້ ຖືກຈັດຂຶ້ນຢູ່ ຫໍປະຊຸມສະພາແຫ່ງຊາດ. ເລື່ອງສ້າງຕັ້ງກຸ່ມສະມາຊິກສະພາແຫ່ງຊາດຫນຸ່ມ ແນໃສ່ສ້າງເວທີເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດຫນຸ່ມພົບປະແລກປ່ຽນ, ແບ່ງປັນບົດຮຽນໃນວິວັດການເຂົ້າຮ່ວມບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ. ກ່າວຄຳເຫັນນະພິທີ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟອງ ເນັ້ນຫນັກວ່າ: ການເຂົ້າຮ່ວມຂອງໄວຫນຸ່ມເຂົ້າໃນບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ ນັບມື້ນັບມີຄວາມໝາຍ ແລະ ແທດຈິງ, ດ້ວຍຖານະແມ່ນຜູ້ຕາງຫນ້າໃຫ້ສຽງເວົ້າຂອງພົນລະເມືອງຫນຸ່ມເຂົ້າຮ່ວມວິວັດການສ້າງນິຕິບັນຍັດ, ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ.