ປະກາດວັນປົກປ້ອງສິດຜົນປະໂຫຍດຂອງຜູ້ອຸປະໂພກບໍລິໂພກຫວຽດນາມ

ປະກາດວັນປົກປ້ອງສິດຜົນປະໂຫຍດຂອງຜູ້ອຸປະໂພກບໍລິໂພກຫວຽດນາມ - ảnh 1
(ປະ​ກາດ​ວັນ​ປົກ​ປ້ອງ​ສິດຜົນ​ປະ​ໂຫຍດ​ຂອງ​ຜູ້​ອຸປະ​ໂພກ​ບໍ​ລິ​ໂພກ​ຫວຽດ​ນາມ)

(vovworld) –​ ຕອນ​ຄ່ຳ​ວັນ​ທີ 12/03, ຢູ່​ຮ່າ​ໂນ້ຍ ໄດ້​ຈັດ​ພິ​ທີ​ປະ​ກາດດວັນ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດຂອງ​ຜູ້​ອຸປະ​ໂພກ​ບໍ​ລິ​ໂພກ​ຫວຽດ​ນາມ (15/03). ເຫດ​ການນີ້​ໂດຍ​ກົມ​ຄຸ້ມ​ຄອງ​ການ​ແກ່ງ​ແຍ່ງ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ, ຄະ​ນະ​ກຳ​ມະ​ການ​ປະ​ຊ​າ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ ແລະ ​ສະ​ຖາ​ນີໂທ​ລະ​ພາບ​ຫວຽດ​ນາມ ສົມ​ທົບ​ກັນ​ຈັດ​ຕັ້ງ.

      ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ປະ​ກາດ, ທ່ານ​ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ກະ​ຊວງ​ອຸ​ດ​ສາ​ຫະ​ກຳ​ການ​ຄ້າ ແລະ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ຕ້ອງ​ຄົ້ນ​ຄວ້າ ແລະ ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ຮູບ​ແບບ​ການ​ຈັດ​ຕັ້ງ, ຄຸ້ມ​ຄອງ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດຂອງ​ຜູ້​ອຸປະ​ໂພກ​ບໍ​ລິ​ໂພກ​​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ.

      “ກ​ານ​ປົກ​ປ້ອງ​ສິດຜົນ​ປະ​ໂຫຍດ​ຂອງ​ຜູ້​ອຸປະ​ໂພກ​ບໍ​ລິ​ໂພກ​ຫວຽດ​ນາມ ແມ່ນ​ໜ້າ​ທີ່​ລວມ​ຂອງ​ທົ່ວ​ສັງ​ຄົມ. ​​ອີ່ງ​ໃສ່​ແຕ່​ລະໜ້າ​ທີ່​ຮັບ​ຜິດ​​ຊອບ​ທີ່​ໄດ້​ຮັບ​ມອບ​ໝາຍ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆຕ້ອງໂຄ​ສະ​ນາ, ຜັນ​ຂະ​ຫຍາຍ​ຢ່າງ​ເຂັ້ມ​ງວດ, ມີ​ປະ​ສິດ​ທິ​ຜົນ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ, ​ບັນ​ດາ​ການ​ລະ​ເມີດ​ສິດຜົນ​ປະ​ໂຫຍດ​ຂອງ​ຜູ້​ອຸປະ​ໂພກ​ບໍ​ລິ​ໂພກ​ຫວຽດ​ນາມ ​ຢ່າງ​ເຂັ້ມ​ງວດ ແລະ ທັນ​ການ, ມີ​ປະ​ສິດ​ທິ​ຜົນ. ບັນ​ດາ​ອົງ​ການ​ຄຸ້ມ​ຄອງ​ລັດ ຕ້ອງ​ຮີບ​ເຮັ່ງ​ຫັນ​ບັນ​ດາ​ນະ​ໂຍ​ບາຍ​ເປັນ​ລະ​ອຽດ, ປ່ຽນ​ໃໝ່​ກົນ​ການ​ເຄື່ອນ​ໄຫວ ເພື່ອ​ໜູນ​ຊ່ວຍ​ໃຫ​້​ບັນ​ດາ​ອົງ​ການ​ສັງ​ຄົມ, ປົກ​ປ້ອງ​ສິດຜົນ​ປະ​ໂຫຍດ​ຂອງ​ຜູ້​ອຸປະ​ໂພກ​ບໍ​ລິ​ໂພກ​”.

ຂ່າວ/ບົດ​ອື່ນ