ນາຍົກລັດຖະມົນຕີລັດເຊຍ V.Putin
(ພາບ:baotintuc.vn)
( vovworld ) –ວັນທີ 18/2, ປະຊາຊົນລັດເຊຍ ກ່ວາ 100.000 ຄົນໄດ້ລົງຖະໜົນເດີນຂະບວນແຫ່ ແລະ ຈັດງານຊຸມນຸມມິດຕິງສະໜັບສະໜູນອຳນາດການປົກຄອງ, ສະໜັບສະໜູນປະເທດລັດເຊຍ “ສະຖຽນລະພາບ, ເຂັ້ມແຂງ ແລະພັດທະນາ“, ສະໜັບສະໜູນຜູ້ອອກສະໝັກຮັບເລືອກຕັ້ງປະທານາທິບໍດີ V.Putin, ຄັດຄ້ານທຸກກົນອຸບາຍກໍ່ “ການປະຕິວັດສີສັນ“ ໃນເຂດດິນແດນປະເທດລັດເຊຍ. ບັນດາຜູ້ເຂົ້າຮ່ວມງານຊຸມນຸມມິດຕິງໄດ້ຮັບຮອງມະຕິສະບັບ 1 ໃນນັ້ນໄດ້ເນັ້ນໜັກເຖິງເລື່ອງປະເທດລັດເຊຍ ທັນສະໄໝ ຕ້ອງມີຄວາມເຂັ້ມແຂງ ແລະ ບໍ່ຕ້ອງການບັນດາການຜັນແປ່ທາງສັງຄົມ. ປະຊາຊົນລັດເຊຍ ໝົດທຸກຄົນລ້ວນແຕ່ຕ້ອງການປະເທດລັດເຊຍ ເອກະພາບ ແລະ ຮັບປະກັນອະນາຄົດ. ມະຕິຍັງຮຽກຮ້ອງຜູ້ມີສິດເລືອກຕັ້ງໝົດທຸກຄົນ ຈົ່ງໄປປ່ອນບັດໃນວັນທີ 4/3 ທີ່ຈະມາເຖິງ ເພື່ອອະນາຄົດຂອງປະເທດລັດເຊຍ.