(vovworld) - ວັນທີ 11/02, ປະຊາຊົນສ.ເກົາຫຼີ ນັບພັນຄົນ ໄດ້ສືບຕໍ່ແຫ່ຂະບວນປະທ້ວງຢູ່ສະໜາມຫຼວງ Gwanghwamun ຢູ່ນະຄອນຫຼວງ ເຊີອູນ ຮຽກຮ້ອງການພິຈາລະນາໂທດທ່ານນາງປະທານາທິບໍດີ Park Geun hye ໂດຍໄວ. ບັນດາຜູ້ແຫ່ຂະບວນປະທ້ວງໄດ້ຈັບທຽນ, ຍົກປ້າຍຄຳຂວັນ ແລະ ຮ້ອງໂຮຮຽກຮ້ອງພິຈາລະນາໂທດປະທານາທິບໍດີໂດຍທັນທີ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ໃນຈຳນວນຜູ້ແຫ່ຂະບວນປະທ້ວງຍັງມີສະມາຊິກລັດຖະສະພາຫຼາຍທ່ານ ແລະ ບັນດາຜູ້ສະໝັກຮັບເລືອກຕັ້ງພວມອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ.
ນັບແຕ່ເມື່ອເກີດຄວາມສັບສົນດ້ານການເມືອງຂອງປະທານາທິບໍດີສ.ເກົາຫຼີ ຖືກສື່ມວນຊົນຍົກອອກມາ ເມື່ອເດືອນ 10/2016, ປະຊາຊົນປະເທດນີ້ເຄີຍແຫ່ຂະບວນປະທ້ວງໃນວັນເສົາປະຈຳອາທິດຢູ່ສະໜາມຫຼວງ Gwanghwamun. ບາງເທື່ອຈຳນວນຜູ້ແຫ່ຂະບວນປະທ້ວງໄດ້ຂຶ້ນເຖິງນັບລ້ານຄົນ, ເຊິ່ງແມ່ນຈຳນວນຜູ້ເຂົ້າຮ່ວມຫຼາຍສຸດຢູ່ສ.ເກົາຫຼີ.