ປະຕິກິລິຍາກ່ຽວກັບເລື່ອງອາເມລິກາປະຕິເສດມະຕິຂອງສະຫະປະຊາຊາດກ່ຽວກັບ Jerusalem

(VOVWORLD) -ວັນທີ 18 ທັນວາ, ອີຢິບ ໄດ້ສະແດງຄວາມເສຍດາຍຕໍ່ເລື່ອງສະພາຄວາມໝັ້ນຄົງສະຫະປະຊາຊາດ ບໍ່ຮັບຮອງເອົາມະຕິ, ໃນນັ້ນຮຽກຮ້ອງໃຫ້ອາເມລິກາ ຖອນຄືນຖະແຫຼງຮັບຮອງ Jerusalem ແມ່ນນະຄອນຫຼວງຂອງອິດສະຣາແອນ.
ປະຕິກິລິຍາກ່ຽວກັບເລື່ອງອາເມລິກາປະຕິເສດມະຕິຂອງສະຫະປະຊາຊາດກ່ຽວກັບ Jerusalem - ảnh 1(ພາບປະກອບ: THX/TTXVN)

ໃນຖະແຫຼງການສະບັບໜຶ່ງ, ກະຊວງການຕ່າງປະເທດອິຢິບ ໃຫ້ຮູ້ວ່າ, ກາຍໂຣ ໄດ້ອອກສຽງຕາງໜ້າບັນດາປະເທດອາຣັບ ຍື່ນສະເໜີຮ່າງມະຕິກ່າວປະນາມຂໍ້ຕົກລົງຂອງທ່ານປະທານາທິບໍດີອາເມລິກາ Donald Trunp. ຮ່າງມະຕິດັ່ງກ່າວຖືກອາເມລິກາ  ປະຕິເສດພາຍຫຼັງໄດ້ຮັບການສະໜັບສະໜູນຈາກ 14 ສະມາຊິກອື່ນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ໃນນັ້ນມີຫຼາຍພັນທະມິດສຳຄັນຂອງວໍຊິງຕັນ ຄື: ອັງກິດ, ຝລັ່ງ, ອີຕາລີ, ຍີ່ປຸ່ນ ແລະ ຢູແກຼນ.

        ແລະກໍ່ໃນວັນດຽວກັນ, ກະຊວງການຕ່າງປະເທດຕວກກີ ໃຫ້ຮູ້ວ່າ, ປະເທດນີ້ “ຕົກໃຈ” ຕໍ່ເລື່ອງມະຕິສະບັບໜຶ່ງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ທີ່ຮຽກຮ້ອງຖອນຄືນຖະແຫຼງການຂອງອາເມລິກາ ທີ່ຮັບຮອງ Jerusalem ແມ່ນນະຄອນຫຼວງອິດສະຣາແອນ ຖືກປະຕິເສດຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ