ປະຕິກິລິຍາຂອງຫວຽດນາມຕໍ່ເລື່ອງອິນໂດເນເຊຍບຸກຕີກຳປັ່ນຫາປາຂອງຫວຽດນາມ
ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ
(ພາບ: ອິນເຕີແນດ)
(vovworld) - ວັນທີ 20/8/2015, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບ ປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງອິນໂດເນເຊຍ ບຸກຕີກ່ຳປັ່ນຫາປາບາງລຳຂອງຕ່າງປະເທດທີ່ລະເມີດເຂດທະເລຂອງອິນໂດເນເຊຍ ໃຫ້ຈົມນ້ຳ, ໃນນັ້ນມີກຳ່ປັ່ນຫາປາຂອງຫວຽດນາມ. ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ, ຊີ້ແຈ້ງວ່າ: “ອີກເທື່ອໜຶ່ງຂ້າພະເຈົ້າສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ເລື່ອງກຳລັງກ່ຽວຂ້ອງຂອງອິນໂດເນເຊຍ ໄດ້ບຸກຕີກ່ຳປັ່ນຫາປາບາງລຳຂອງຫວຽດນາມທີ່ລະເມີດເຂດທະເລຂອງອິນໂດເນເຊຍ ໃຫ້ຈົມນ້ຳ.
ວັນທີ 20/8/2015, ກະຊວງການຕ່າງປະເທດຫວຽດນາມ ໄດ້ສົ່ງຈົດໝາຍທາງການກ່ຽວກັບບັນຫານີ້ເຖິງຝ່າຍອິນໂດເນເຊຍ ແລະ ຮຽກຮ້ອງຝ່າຍອິນໂດເນເຊຍ, ເມື່ອລົງໂທດບັນດາຊາວປະມົງຫວຽດນາມ ທີ່ລະເມີດເຂດທະເລຂອງອິນໂດເນເຊຍນັ້ນ ແມ່ນຕ້ອງໃຫ້ເໝາະສົມກັບສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ ທີ່ເປັນສະມາຊິກອາຊຽນ, ບົນຈິດໃຈມະນຸດສະທຳ.
ສ່ວນຝ່າຍຫວຽດນາມ, ຍາມໃດພວກຂ້າພະເຈົ້າກໍ່ໃສ່ໃຈ, ແນະນຳໃຫ້ບັນດາຊາວປະມົງປະຕິບັດບັນດາຂໍ້ກຳນົດຂອງປະເທດຕ່າງໆຢ່າງເຂັ້ມງວດ, ບໍ່ແຊກແຊງເຂົ້າເຂດທະເລຂອງຕ່າງປະເທດຢ່າງຜິດກົດໝາຍ“