(vovworld) - ຕອນເຊົ້າວັນທີ 25/11, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຮີ່ງດາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຜູ້ຊົງຄຸນວຸດທິປັນຍາຊົນເຜົ່າຈຳ ເນື່ອງໃນໂອກາດທີ່ຄະນະຜູ້ແທນມາເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນມໍລະດົກວັດທະນະທຳຫວຽດນາມ, ເປີດສະໜອງກຸ່ມທາດຈຳ ຢູ່ຮ່າໂນ້ຍ. ທ່ານປະທານ ຮີ່ງດາມ ເນັ້ນໜັກວ່າ ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍຢ່າງເລິກຊິ່ງ ເພື່ອແນໃສ່ຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຊົນຳເຜົ່າ, ສະແດງກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງມີຊີວິດຊີວາ. ທ່ານປະທານ ຮີ່ງດາມ ເຊື່ອໝັ້ນວ່າ ບັນດາຜູ້ແທນຈະສືບຕໍ່ເສີມຂະຫຍາຍມູນເຊື້ອມະຫາສາມັກຄີບັນດາເຜົ່າ, ຮ່ວມມືສ້າງອຳນາດການປົກຄອງທ້ອງຖິ່ນທີ່ນັບມື້ນັບເຂັ້ມແຂງ, ມີຄຸນສົມບັດເພື່ອຮັບມືກັບຫາງສຽງບໍ່ຖືກຕ້ອງ, ກໍ່ຄວາມແບ່ງແຍກລະຫວ່າງບັນດາຊົນຊາດຊົນເຜົ່າ. ແນວໂຮມປະເທດຊາດຫວຽດນາມ ຈະສະເໜີຈັດບັນດາການເຄື່ອນໄຫວວັດທະນະທຳເປັນປະຈຳ ເພື່ອໃຫ້ພໍແມ່ປະຊາຊົນບັນດາເຜົ່າຢ້ຽມຢາມ, ແລກປ່ຽນ ແລະ ເຂົ້າຮ່ວມໃນຊາຄາຮ່ວມຢູ່ບ້ານວັດທະນະທຳບັນດາເຜົ່າຫວຽດນາມ.