ທ່ານປະທານາທິບໍດີຊີຣີ Bashar al Assad
(ພາບ: telegraph.co.uk)
(vovworld) - ເພື່ອຢຸດຕິວິກິດການການເມືອງຢູ່ຊີຣີ ສິ່ງທຳອິດຕ້ອງເຮັດນັ້ນແມ່ນດັບສູນພວກກໍການຮ້າຍ ແລະ ນີ້ແມ່ນມາດຕະການທຳອິດທີ່ຕ້ອງໄດ້ຮັບການປະຕິບັດ. ນີ້ແມ່ນຄຳຢືນຢັນຂອງທ່ານປະທານາທິບໍດີຊີຣີ Bashar al Assad ທີ່ເລັ່ງໃສ່ຝ່າຍຄ້ານ, ເຊິ່ງແມ່ນບັນດາເປົ້າໝາຍທີ່ທ່ານເອີ້ນວ່າ ພວກກໍການຮ້າຍ, ທີ່ພິທີຕອບບຸນແທນຄຸນຂອງຊາວອິດສະລາມ ຢູ່ນະຄອງຫຼວງ Damascus ໃນວັນທີ 05 ສິງຫາ. ທ່ານ Bashar al Assad ໄດ້ຍ້ອງຍໍບັນດາວິລະກຳຂອງກອງທັບຊີຣີ ຕໍ່ໜ້າຝ່າຍຄ້ານຢູ່ປະເທດ ແລະ ຖືວ່າ ກອງທັບຊີຣີ ສາມາດດັບສູນພວກກໍການຮ້າຍໃນຊຸມເດືອນຈະມາເຖິງ, ຖ້າຫາກມີການຮ່ວມແຮງຮ່ວມໃຈຂອງປະຊາຊົນປະເທດນີ້.