ປະທານປະເທດຈີນສີຈີ້ນຜິງເຈລະຈາກັບນາຍົກລັດຖະມົນຕີລັດເຊຍ Dmitry Medvedev

(VOVWORLD) -ໃນຂອບເຂດການຢ້ຽມຢາມລັດເຊຍ ຢ່າງເປັນທາງການ, ວັນທີ 04 ກໍລະກົດ, ທ່ານປະທານປະເທດຈີນ ສີຈີ້ນຜິງ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີລັດເຊຍ Dmitry Medvedev ຢູ່ມົດສະກູ.

ປະທານປະເທດຈີນສີຈີ້ນຜິງເຈລະຈາກັບນາຍົກລັດຖະມົນຕີລັດເຊຍ Dmitry Medvedev - ảnh 1 ທ່ານປະທານປະເທດຈີນສີຈີ້ນຜິງ ແລະ ທ່ານນາຍົກລັດຖະມົນຕີລັດເຊຍ Dmitry Medvedev

(ພາບ: Xinhua)

ທີ່ການເຈລະຈາ, ທ່ານປະທານປະເທດ ສີຈີ້ນຜິງ ເນັ້ນໜັກວ່າ ປັກກິງ ຢືດໝັ້ນ ການພັດທະນາຮ່ວມມືກັບມົດສະກູ, ເຊື່ອໝັ້ນໃນການຮ່ວມມື 2 ຝ່າຍໃນການຮັບມືກັບບັນດາສິ່ງທ້າທາຍທີ່ມີລັກສະນະທົ່ວໂລກ. ທ່ານປະທານປະເທດຈີນ ຖືວ່າ, 2 ຝ່າຍຄວນເປີດກວ້າງຂອບເຂດການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ. ຄຽງຂ້າງນັ້ນ, 2 ຝ່າຍກໍ່ຕ້ອງຜັນຂະຫຍາຍການຮ່ວມມືພົວພັນແລກປ່ຽນໃນບັນດາຂົງເຂດຄື: ການສຶກສາ, ວັດທະນະທຳ, ກິລາ, ທ່ອງທ່ຽວ, ຜ່ານນັ້ນເພີ່ມທະວີນ້ຳໃຈສາມັກຄີທີ່ເປັນມູນເຊື້ອ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ.

        ສ່ວນທ່ານນາຍົກລັດຖະມົນຕີລັດເຊຍ Dmitry Medvedev ເນັ້ນໜັກວ່າ, ລັດເຊຍ ປາດຖະໜາຢາກຮັກສາການພົວພັນແລກປ່ຽນຂັ້ນສູງເປັນປະຈຳກັບຈີນ, ເປີດກວ້າງການຮ່ວມມືກັບຈີນ ໃນບັນດາຂົງເຂດຄື: ການຄ້າ, ການລົງທຶນ, ການເງິນ… ແລະ ປະຕິບັດບັນດາໂຄງການຮ່ວມມືສຳຄັນລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ Dmitry Medvedev ກໍຢືນຢັນວ່າ ລັດເຊຍ ຈະຕັ້ງໜ້າຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງ 2 ຝ່າຍ ແລະ ຍູ້ແຮງການພົວພັນແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ