ທ່ານປະທານປະເທດ ເຈືອງເຕີ໋ນຊາງ
ກັບບັນດານ້ອງອະນຸຊົນ
(ພາບ: ອິນເຕີນແນັດ)
(vovworld) – ເນື່ອງໃນໂອກາດບຸນວັນເພງເດືອນ 8 ປີ 2015, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ໄດ້ສົ່ງຈົດໝາຍອວຍພອນເຖິງເຍົາວະຊົນ, ອະນຸຊົນ ທົ່ວປະເທດ. ໃນຈົດໝາຍ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ອວຍພອນໃຫ້ພວກຫຼານໄດ້ຕ້ອນຮັບບຸນວັນເພງເດືອນ 8 ໃນຄວາມເບີກບານ, ມ່ວນຊື່ນ, ເຕັມໄປດ້ວຍຄວາມສາມັກຄີ, ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ປາດຖະໜາວ່າ, ພວກຫຼານ ຍາມໃດກໍເປັນເດັກຄຳຮູ້, ດຸໝັ່ນຂະຫຍັນພຽນ, ຮຽນເກັ່ງ, ໃນອະນາຄົດຈະກາຍເປັນບັນດາພົນລະເມືອງທີ່ມີປະໂຫຍດ, ປະກອບສ່ວນເຂົ້າໃນການກໍ່ສ້າງບ້ານເກີດເມືອງນອນ, ປະເທດຊາດໃຫ້ນັບນື້ນັບຮັ່ງມີ ແລະ ສວຍງາມ.