ປະທານປະເທດເຈືອງເຕີນຊາງເປັນປະທານວາລະປະຊຸມຄັ້ງທີ20ຄະນະຊີ້ນຳປະຕິຮູບຕຸລາການສູນກາງ
ທ່ານປະທານປະເທດ ເຈືອງເຕີນຊາງ
|
(vovworld) – ຕອນເຊົ້າວັນທີ 19/5, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈືອງເຕີນຊາງ, ຫົວໜ້າຄະນະຊີ້ນຳການປະຕິຮູບຕຸລາການສູນກາງ, ເປັນປະທານວາລະປະຊຸມຄັ້ງທີ 20, ປຶກສາຫາລືປະກອບຄຳເຫັນກ່ຽວກັບແຜນຮ່າງ “ປ່ຽນໃໝ່ກົນໄກຈັດແບ່ງງົບປະມານໃຫ້ສານປະຊາຊົນຕາມຈິດໃຈມະຕິ 49 ຂອງກົມການເມືອງ” ແລະ ແຜນຮ່າງ “ປ່ຽນໃໝ່ກົນໄກຈັດແບ່ງງົບປະມານໃຫ້ແກ່ອົງການໄອຍະການປະຊາຊົນຕອບສະໜອງຄຳຮຽກຮ້ອຕ້ອງການປະຕິຮູບດ້ານຕຸລາການ”. ທີ່ວາລະປະຊຸມ, ຄະນະປະຈຳຄະນະຊີ້ນຳການປະຕິຮູບສູນກາງຕີລາຄາ 2 ແຜນຮ່າງລວບລວມໄດ້ສະພາບຕົວຈິງການວາງແຜນງົບປະມານ, ການຈັດແບ່ງງົບປະມານສູນກາງແມ່ນຕິດແທດກັບສະພາບຕົວຈິງໂດຍພື້ນຖານ.
ກ່ຽວກັບແຜນຮ່າງປ່ຽນໃໝ່, ກົນໄກຈັດແບ່ງງົບປະມານໃຫ້ແກ່ສານປະຊາຊົນ, ຄະນະປະຈຳຄະນະຊີ້ນຳຖືວ່າ: ເລື່ອງປ່ຽນໃໝ່ກົນໄກຈັດແບ່ງ, ຄຸ້ມຄອງການນຳໃຊ້ງົບປະມານ, ປະກອບສ່ວນປະຕິບັດຈຸດໝາຍ “ສ້າງພື້ນຖານຍຸຕິທຳປອດໄສ, ໝັ້ນຄົງເຂັ້ມແຂງ, ປະຊາທິປະໄຕ, ເຂັ້ມງວດ, ປົກປັກຮັກສາຄວາມຍຸຕິທຳ, ຫັນເປັນທັນສະໄໝເທື່ອລະກ້າວ, ຮັບໃຊ້ປະຊາຊົນ, ຮັບໃຊ້ປະເທດ ຫວຽດນາມ ສັງຄົມນິຍົມ, ການເຄື່ອນໄຫວຕຸລາການເຊິ່ງຈຸດສຸມແມ່ນການເຄື່ອນໄຫວພິພາກສາ ໄດ້ຮັບການດຳເນີນຢ່າງມີປະສິດທິຜົນ ແລະ ຜົນສັກສິດສູງ”. ດັ່ງນັ້ນ, ຄວນມີກົນໄກຈັດແບ່ງ, ຄຸ້ມຄອງ, ນຳໃຊ້ງົບປະມານເພື່ອແນໃສ່ສ້າງເງື່ອນໄຂເພື່ອໃຫ້ສານປະຊຊົນປະຕິບັດພາລະໜ້າທີ່, ໜ້າທີ່ຂອງຕົນຕາມຂໍ້ກຳນົດຂອງລັດຖະທຳມະນູນຢ່າງມີປະສິດທິຜົນ.