ປະທານປະເທດເຈືອງເຕີ້ນຊາງ ມອບຂໍ້ຕົກລົງປະດັບຍົດໃຫ້ບັນດາເອກອັກຄະລັດຖະທູດ
ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ມອບຂໍ້ຕົກລົງປະດັບຍົດເອກອັກຄະລັດຖະທູດໃຫ້ແກ່ພະນັກງານ ຈຳນວນໜຶ່ງໃນຂະແໜງການທູດ |
(vovworld)- ວັນທີ 6/3, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ມອບຂໍ້ຕົກລົງປະດັບຍົດເອກອັກຄະລັດຖະທູດໃຫ້ແກ່ພະນັກງານຈຳນວນໜຶ່ງໃນຂະແໜງການທູດ. ເຂົ້າຮ່ວມພິທີຍັງມີທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຝ້າມບີງມິນ. ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ຮັບຮູ້ການປະກອບສ່ວນຂອງບັນດາພະນັກງານການທູດເຂົ້າໃນວຽກງານການຕ່າງປະເທດເວົ້າສະເພາະ ແລະ ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດເວົ້າລວມ. ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ເນັ້ນໜັກວ່າ ໄລຍະປະຈຸບັນ ກໍຄືໄລຍະທີ່ຈະມາເຖິງ, ແມ່ນໄລຍະທີ່ສຳຄັນຂອງວິວັດການພັດທະນາປະເທດຊາດ, ດັ່ງນັ້ນວຽກງານການທູດແມ່ນໜັກໜ່ວງ ແລະ ຕ້ອງເຮັດຕາມຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບແທດຈິງ. ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ຍັງຕັກເຕືອນໃຫ້ບັນດາພະນັກງານການທູດ ຈົ່ງສືບຕໍ່ມານະພະຍາຍາມ, ເສີມຂະຫຍາຍຄຸນນະທາດ, ສະຕິປັນຍາ ແລະ ບົດຮຽນເພື່ອແກ້ໄຂບັນດາບັນຫາການຕ່າງປະເທດຂອງປະເທດຊາດ, ຮັບໃຊ້ຜົນປະໂຫຍດແຫ່ງຊາດເປັນຢ່າງດີ.