ປະທານປະເທດເຈືອງ ເຕີນຊາງເຮັດວຽກຢູ່ ຫາຍຟ່ອງ
ທ່ານປະທານປະເທດເຈືອງເຕິນຊາງ
(vovworld)- ວັນທີ 21/7, ທ່ານປະທານປະເທດເຈືອງເຕິນຊາງ ໄດ້ນຳໜ້າຄະນະປະຕິບັດງານຂອງສູນກາງໄດ້ໄປຢ້ຽມຢາມ ແລະ ກວດກາສະພາບການພັດທະນາເສດຖະກິດສັງຄົມ ແລະ ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບຢູ່ນະຄອນຫາຍຟ່ອງ. ທີ່ການເຮັດວຽກກັບພະນັກງານຫຼັກແຫຼ່ງຂອງເມືອງເກາະແບກລອງວິ້, ທ່ານປະທານປະເທດເຈືອງເຕິນຊາງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເມືອງເກາະ, ມີຄວາມໝາຍສຳຄັນໃນການຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ, ພິເສດແມ່ນປົກປັກຮັກສາອະທິປະໄຕບົນທະເລກໍ່ຄືພັດທະນາເສດຖະກິດທະເລ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານປະທານປະເທດເຈືອງເຕິນຊາງ ໄດ້ເຮັດວຽກກັບກອງບັນຊາການທະຫານເຂດ 3, ທ່ານປະທານປະເທດເຈືອງເຕິນຊາງ ໄດ້ສະເໜີໃຫ້ອົງຄະນະພັກ, ກອງບັນຊາການຈົ່ງຍູ້ແຮງວຽກງານກໍ່ສ້າງພັກ, ຍົກສູງສະຕິຄວາມຮັບຮູ້ດ້ານການເມືອງໃຫ້ແກ່ພະນັກງານ, ນັກຮົບ, ຫັນການປະກອບເຄື່ອງວັດຖຸອຸປະກອນເປັນທັນສະໄໝເທື່ອລະກ້າວເພື່ອຕອບສະໜອງໜ້າທີ່ຍຸດທະສາດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະປະຕິວັດໃໝ່./.