( ພາບ : http://www.vietnamplus.vn/ )
ຕອນເຊົ້າວັນທີ 14 ມັງກອນ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງຜູ້ພິພາກສາສານຂອງປະຊາຊົນສູງສຸດລວມ 17 ທ່ານ. ນີ້ເປັນຄັ້ງທຳອິດທີ່ພິທີມອບຂໍ້ຕົກລົງແຕ່ງຕັ້ງຜູ້ພິພາກສາໄດ້ຣັບການປະຕິບັດຢູ່ສຳນັກງານປະທານປະເທດ. ກ່າວຄຳເຫັນຢູ່ທີ່ພິທີ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ເນັ້ນໜັກວ່າ ໃນກົງຈັກແຫ່ງລັດ, ລະບົບສານປະຊາຊົນມີທີ່ຕັ້ງບົດບາດສຳຄັນເປັນພິເສດ, ແມ່ນອົງການພິພາກສາຂອງປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ . ທ່ານປະທານປະເທດສະເໜີໃຫ້ບັນດາຜູ້ພິພາກສາທີ່ຫາກໍ່ໄດ້ຣັບການແຕ່ງຕັ້ງຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມເພື່ອຍົກສູງວິຊາສະເພາະ, ຝຶກຝົນຫຼໍ່ຫຼອມດ້ານຈັນຍາບັນ, ຕໍ່ສູ້ເພື່ອຄວາມຍຸດຕິທຳ, ປະຕິບັດຕາມຄຳສັງສອນຂອງລຸງໂຮ່, ທີ່ວ່າ; ຮັບໃຊ້ລັດ, ປະຕິບັດຕາມກົດໝາຍ, ມີຈິດໃຈທຽງທຳສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນ .