ປະທານປະເທດ ເຈິ່ນດ້າຍກວາງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ໂຮ່ຈີມິນ

(VOVWORLD) - ເພື່ອກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14, ຕອນບ່າຍວັນທີ 13 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ 1, ເມືອງ 3 ແລະ ເມືອງ 4, ນະຄອນ ໂຮ່ຈີມິນ. ນະທີ່ນີ້,

ປະທານປະເທດ ເຈິ່ນດ້າຍກວາງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ໂຮ່ຈີມິນ - ảnh 1 ທ່ານປະທານປະເທດ ເຈິ່ນດ້າຍກວາງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ໂຮ່ຈີມິນ

(ພາບ: nld.com.vn)

ເມື່ອຕອບຄຳເຫັນປະກອບຂອງຜູ້ມີສິດເລືອກຕັ້ງກ່ຽວກັບການສ້າງກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ. ທ່ານ ປະທານປະເທດ ເຈິ່ນດ້າຍກວາງ ໃຫ້ຮູ້ວ່າ, ກົດໝາຍໄດ້ຮັບການເປີດກວ້າງຂອບເຂດການປັບປຸງລວມມີການປັບໄໝລົງໂທດຜູ້ມີການກະທຳສໍ້ລາດບັງຫຼວງ, ອົງການສຳນັກງານ, ອົງການຈັດຕັ້ງ, ສ່ວນບຸກຄົນທີ່ມີສ່ວນກ່ຽວຂ້ອງ ແລະ ການແກ້ໄຂກໍລະນີຊັບສິນ, ລາຍຮັບທີ່ບໍ່ໄດ້ຮັບການອະພິປາຍຢ່າງເໝາະສົມ. ກ່ຽວກັບການຄຸ້ມຄອງໃບແຈ້ງຊັບສິນ, ລາຍຮັບ. ທ່ານ ປະທານປະເທດ ເຈິ່ນດ້າຍກວາງ ໃຫ້ຮູ້ວ່າ ຮ່າງກົດໝາຍໄດ້ກຳນົດກ່ຽວກັບການຄຸ້ມຄອງ ໃບແຈ້ງຊັບສິນ, ລາຍຮັບແບບລວມສູນ. ທ່ານ ປະທານປະເທດ ເຈິ່ນດ້າຍກວາງຢືນຢັນວ່າ, ຄະນະຜູ້ແທນຈະສັງລວມບັນດາຄຳເຫັນປະກອບຢ່າງສຸດຈິດສຸດໃຈຂອງຜູ້ມີສິດເລືອກຕັ້ງກ່ຽວກັບບັນດາບັນຫາ ພວມພົ້ນເດັ່ນຂຶ້ນໃນປະຈຸບັນຂອງປະເທດ, ລາຍງານຕໍ່ສະພາແຫ່ງຊາດ, ລັດຖະບານ ແລະ ບັນດາອົງການກ່ຽວຂ້ອງເພື່ອແກ້ໄຂຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ