ປະທານປະເທດ ເຈືອງເຕີ້ນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງວັນມູນເຊື້ອຂອງກົມໃຫຍ່ການເມືອງກອງທັບ
ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ປະດັບຫຼຽນໄຊໂຮ່ຈິມິນໃຫ້ແກ່ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ
|
(vovworld)- ຕອນເຊົ້າວັນທີ 13/12, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນມູນເຊື້ອຂອງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະ ຕ້ອນຮັບຫຼຽນໄຊໂຮ່ຈິມິນ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ເນັ້ນໜັກວ່າ :
“ສະພາບການປະຈຸບັນ, ຮຽກຮ້ອງໃຫ້ຕ້ອງຍູ້ແຮງການກໍ່ສ້າງກອງທັບປະຊາຊົນປະຕິວັດ, ເປັນກຳລັງຫຼວງ ແລະ ທັນສະໄໝເທື່ອລະກ້າວ, ຖືເອົາການກໍ່ສ້າງໃຫ້ໝັ້ນຄົງເຂັ້ມແຂງທາງດ້ານການເມືອງເປັນພື້ນຖານ; ພ້ອມທັງເພີ່ມທະວີບົດບາດຂອງກົມໃຫຍ່ການເມືອງ ແລະ ຖັນແຖວຜູ້ຮັບຜິດຊອບວຽກງານການເມືອງໃນທົ່ວກອງທັບ.ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມຄວນສືບຕໍ່ຊາບຊຶມທີ່ຕັ້ງບົດບາດຂອງຕົນ, ຂອງການເຄື່ອນໄຫວວຽກງານພັກ, ວຽກງານການເມືອງຊຶ່ງທາດແທ້ຂອງມັນ ແມ່ນການເຄື່ອນໄຫວນຳພາຂອງພັກທີ່ມີຕໍ່ກອງທັບ, ປະສິດທິຜົນ ແລະ ປະສິດທິພາບຂອງວຽກງານພັກ, ວຽກງານການເມືອງໄດ້ຮັບການຜັນຂະຫຍາຍນັ້ນ, ການນຳພາທຸກດ້ານຂອງພັກທີ່ມີຕໍ່ກອງທັບຈະໄດ້ຮັບການປັບປຸງ ແລະ ເພີ່ມທະວີຢ່າງບໍ່ຢຸດຢັ້ງ ”