ປະທານປະເທດ ເຈືອງເຕີ້ນຊາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຂອງຂະແໜງກວດກາ
ໂດຍຕາງໜ້າໃຫ້ພັກ, ລັດ, ທ່ານປະທານປະເທດເຈືອງເຕີ້ນຊາງ ໄດ້ມອບຫຼຽນໄຊເອກະລາດຊັ້ນໜຶ່ງໃຫ້ແກ່ຂະແໜງກວດກາຫວຽດນາມ |
(vovworld)- ຕອນເຊົ້າວັນທີ 21/9, ຢູ່ຮ່າໂນ້ຍ, ອົງການກວດກາລັດຖະບານໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ ແລະ ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຄັ້ງທີ 4 ຂອງຂະແໜງກວດກາຫວຽດນາມ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ສະເໜີພະນັກງານ, ລັດຖະກອນ ຂະແໜງກວດກາຫວຽດນາມ ຈົ່ງມີຄວາມຮັບຮູ້ຢ່າງເຕັມສ່ວນ, ເລິກເຊິ່ງກ່ຽວກັບສະພາບການຂອງປະເທດຊາດ, ເລັ່ງໃສ່ປະຕິບັດວຽກງານເປັນເສນາທິການໃຫ້ແກ່ພັກ, ລັດໃນການສ້າງລະບອບລະບຽບການກ່ຽວກັບການກວດກາ, ຮ້ອງທຸກ, ຮ້ອງຟ້ອງ. ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ຊີ້ແຈ້ງວ່າ :
“ ວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງແມ່ນຂົງເຂດທີ່ສຳຄັນທີ່ສຸດ ແຕ່ກໍສັບສົນທີ່ສຸດ, ມັນຮຽກຮ້ອງໃຫ້ ຂະແໜງກວດກາຫວຽດນາມຕ້ອງມີຄຸນນະທາດໝັ້ນຄົງ, ຕ້ອງມີວິທີແກ້ໄຂຄົບຊຸດ ແລະ ຂ້ຽວຂາດກວ່າເພື່ອສ້າງການຫັນປ່ຽນຢ່າງຈະແຈ້ງເພື່ອສະກັດກັ້ນ ແລະ ຍູ້ໄພສໍ້ລາດບັງຫຼວງໃຫ້ຖອຍໄປ. ພ້ອມກັບການສະກັດກັ້ນ, ກໍຕ້ອງຍູ້ແຮງການຄົ້ນພົບການກະທຳສໍ້ລາດບັງຫຼວງ, ຕ້ອງມີວິທີເພື່ອສຳພັດກັບຂໍ້ມູນຂ່າວເພື່ອຄົ້ນພົບ, ກ່າວຟ້ອງການສໍ້ລາດບັງຫຼວງ. ເມື່ອຄົ້ນພົບສັນຍານທີ່ຢັ້ງຢືນການກະທຳຜິດ ແມ່ນຕ້ອງມອບໃຫ້ອົງການສືບສວນ ແລະ ຕ້ອງເດັດດຽວຮິບເອົາຊັບສິນຈາກການສໍ້ລາດບັງຫຼວງ ”
ໂດຍຕາງໜ້າໃຫ້ພັກ, ລັດ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ມອບຫຼຽນໄຊເອກະລາດຊັ້ນໜຶ່ງໃຫ້ແກ່ຂະແໜງກວດກາຫວຽດນາມ.