ປະທານປະເທດ ເຈືອງເຕິ໋ນຊາງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ວີ້ງຟຸກ

ປະທານປະເທດ ເຈືອງເຕິ໋ນຊາງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ວີ້ງຟຸກ - ảnh 1
ທ່ານ ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່
​ຜູ້​ແທນ​ສະມາຄົມ​ນັກຮົບ​ປະຕິວັດ​ທີ່​ຖືກ​ສັດຕູ​ຈັບ ​ແລະ ກັກ​ຂັງ
(ພາບ: TTXVN)


(vovworld) - ວັນ​ທີ 12/4, ທ່ານ ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ສະມາຄົມ​ນັກຮົບ​ປະຕິວັດ​ທີ່​ຖືກ​ສັດຕູ​ຈັບ ​ແລະ ກັກ​ຂັງ ​ແຂວງ​ວີ້ງຟຸກອາຍຸ​ການ  (2014-2019. ທ່ານ​ປະທານ​ສະ​ແດງ​ຄວາມ​ສະ​ເທືອ​ນ​ໃຈ​ເມື່ອ​ໄດ້​ພົບ​ປະ​ກັບບັນດາ​ນັກຮົບປະຕິວັດ​ທີ່​ອົງອາດ​ກ້າຫານ​ ທີ່ຖືກ​ສັດຕູ​ຈັບ ​ແລະ ກັກ​ຂັງ ແຂວງ​ວີ້ງຟຸກ, ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອມ​ໝັ້ນ​ວ່າ, ບັນດາ​ນັກຮົບ​ປະຕິວັດ​ໃນ​ເມື່ອ​ກ່ອນ​ຈະ​ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ບ້ານ​ເກີດ​ເມືອງ​ນອນ​ວີ້ງຟຸກ.

        ”ຂ້າພະ​ເຈົ້າ​ພາກພູມ​ໃຈ​ທີ່​ສຸດ​ເມື່ອ​ເຫັນ​ວ່າ​ບັນດາ​ອາ​ດີດ​ນັກຮົບຍາມ​ໃດ​ກໍ່​ເສີມ​ຂະຫຍາຍ​ນຳ້​ໃຈຂອງນັກຮົບ​ປະຕິວັດ​ ​ແລະ ກາຍ​ເປັນ​ແບບຢ່າງ​ໃນ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ເຈດ​ຈຳນົງ​ປະຕິວັດ, ນ້ຳ​ໃຈ​ສະຫຼະ​ຊີວິດ​ເພື່ອ​ປະ​ເທດ​ຊາດ​ຂອງ​ບັນດາ​ນັກຮົບຈະ​​ໄດ້​ຮັບ​ການ​ເສີມ​ຂະຫຍາຍ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ”.

        ​ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງຂອງ​ແຂວງ, ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ຊົມ​ເຊີຍ​ຄວາມ​ມານະ​ພະຍາຍາມ​ຂອງ​ແຂວງ​ວີ້ງຟຸກ​ໃນ​ໃຕ​ມາດ​ທີ 1ປີ​ນີ້​ໄດ້​ບັນລຸ​ບາດກ້າວ​ພັດທະນາ, ພິ​ເສດ, ກະ​ສີ​ກຳ​ໄດ້​ເພີ່ມ​ຂຶ້ນ​ເກືອບ 7%. ທ່ານ​ສະ​ເໜີ​ໃຫ້​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ພ້ອມ​ກັບ​ປະຊາຊົນ​ມານະ​ພະຍາຍາມ​ຕັດສິນ​ໃຈ​ເພື່ອ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ ກໍ່​ຄື​ມະຕິ​ກອງ​ປະຊຸມ​ໃຫຍ່​ພັກ​ຄັ້ງ​ທີ 11 ຢ່າງ​ມີ​ໄຊ ​ເພື່ອ​ນຳ​ຫວຽດນາມ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ໃນ​ປີ 2020.

ຂ່າວ/ບົດ​ອື່ນ