ປະທານສະພານິຕິບັນຍັດແຫ່ງຊາດໄທ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
(VOVWORLD) - ວັນທີ 13 ສິງຫາ, ຄະນະຜູ້ແທນຂັ້ນສູງສະພານິຕິບັນຍັດແຫ່ງຊາດ ລາຊະອານາຈັກ ໄທ
ໂດຍທ່ານປະທານສະພານິຕິບັນຍັດແຫ່ງຊາດ ພອນເພັດ ວິຈິດຈົນໃຈ ນຳໜ້າ ແລະ ພັນລະຍາເລີ່ມຕົ້ນຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ການຢ້ຽມຢາມດຳເນີນແຕ່ວັນທີ 13 – 16 ສິງຫາ ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ.