ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງພົບປະເຈລະຈາກັບປະທານສະພາແຫ່ງຊາດຈີນ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງພົບປະເຈລະຈາກັບປະທານສະພາແຫ່ງຊາດຈີນ - ảnh 1
(ທ່ານປະ​ທ​ານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ​ຫງວຽນ​ຊິງ​ຮຸ່ງ
ເຈ​ລະ​ຈາກັບທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຈີນ ຈາງ​ຕີ​ຈຽງ)

(vovworld) - ຕອນ​ບ່າຍ​ວັນ​ທີ 24/12, ທ່ານປະ​ທ​ານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ​ຫງວຽນ​ຊິງ​ຮຸ່ງ ໄ​ດ້​ມີ​ການ​​ເຈ​ລະ​ຈາກັບທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຈີນ ຈາງ​ຕີ​ຈຽງ. ​ທີ່​ການ​ເຈ​ລະ​ຈາ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຈີນ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ສ້າງ​ທິດ​ທາງ​ພັດ​ທະ​ນາ​ກ​ານ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດໃຫ້​ຖືກ​ຕ້ອງ ​ແລະ ຖື​ວ່າ, ​​ສິ່ງ​ທີ່​ຍັງ​​ຄົງ​ຄ້າງ​ກ່ຽວ​ກັບຄວາມບໍ່​ລົງ​ລອຍ​ກັນ​ບົນ​ທະ​ເລ​ແມ່ນ​ພາ​ວະ​ວິໄສ, ແຕ່ບໍ່​ປະ​ໃຫ້​ຄວາມບໍ່​ລົງ​ລອຍ​ກັນ​ນັ້ນສົ່ງ​ຜົນ​ສະ​ທ້​ອນ​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ; ສິ່ງ​ສຳ​ຄັນ​ນັ້ນ​ແມ່ນ​ຕ້ອງຄວບ​ຄຸມ​ຄວາມບໍ່​ລົງ​ລອຍ​ກັນ ແລະ ຊອກ​ຫາ​ມາດ​ຕະ​ການແກ້​ໄຂ.

      ສ່ວນ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ສ​ະ​ເໜີ​ໃຫ້​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​ສືບ​ຕໍ່​ຍູ້​ແຮງ​ການ​ພົວ​ພັ​ນ​ຮ່ວມ​ມື​ໃນ​ທຸ​ກ​ຂົງ​ເຂດ; ເພີ່ມ​ທ​ະ​ວີ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ ເພື່ອ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ; ຜ່ານນັ້ນ​ປົກ​ປັກຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ປາດ​ຖະ​ໜາ​ວ່າ, ທ່ານ ຈາງ​ຕີ​ຈຽງ ແລະ ບັນ​ດາ​ການ​ນຳ​ຈີນ ຈະ​ພ້ອມ​ກັບ​ຫວຽດ​ນາມ ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ​ລະ​ຫວ່າງ 2 ປະ​ເທດ​ຄື ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ອະ​ທ​ິ​ປະ​ໄຕ, ຜືນ​ແຜ່ນ​ດິນ. 2 ຝ່າຍ​​ຄວນ​ຕັ້ງ​ໜ້າ​​ແລກ​ປ່ຽນຍົກ​ອອກ​ຂໍ້​ລິ​ເລີມ ເພື່ອ​ພ້ອມ​ກັນ​ແກ້​ໄຂ​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ​ໃຫ້​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳຂອງ​ປະຊາ​ຊົນ 2 ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ​.

      ພາຍ​ຫຼັງ​ການ​ເຈ​ລະ​ຈາ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ແລະ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຈາງ​ຕີ​ຈຽງ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ. ນີ້​ແມ່ນ​ຂໍ້​ຕົ​ກ​ລົງ​ຮ່ວມ​ມື​ສະ​ບັບ​ທຳ​ອິ​ດລະ​ຫວ່າງ​ອົງ​ການ​ນິ​ຕິ​ບັດ​ຍັດ; ເປີດ​ໄລ​ຍ​ະ​ໃໝ່​ໃນ​ວິ​ວັດ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ແລະ ປະ​ຊາ​ຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ