ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ເຮັດວຽກຢູ່ນະຄອນໂຮ່ຈິມິນ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ເຮັດວຽກຢູ່ນະຄອນໂຮ່ຈິມິນ - ảnh 1
ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ

(ພາບ:quangninh.gov.vn)

(vovworld) -     ຕອນ​ເຊົ້າ​ວັນ​ທີ 02/03, ຄະນະ​ກຳມາ​ທິການ​ປັບປຸງຮ່າງ​ລັດຖະທຳ​ມະນູນ​ປ​ີ 1992 ໂດຍ​ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ເປັນ​ຫົວໜ້າຄະນະ, ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ນະຄອນ​ໂຮ່ຈິ​ມິນ ກ່ຽວ​ກັບ​ເລື່ອງຈັດ​ຕັ້ງ​ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ຈາກ​ປະຊາຊົນ ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບ​ປຸງ. ທີ່​ການ​ເຮັດ​ວຽກ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ຊີ້​ແຈ້ງ​ຄວາມ​ສຳຄັນ​ຂອງ​ການ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ຄັ້ງນີ້; ​ທ່ານເນັ້ນ​ໜັກ​ວ່າ ນະຄອນ​ຕ້ອງ​ໂຄສະນາ​ໃຫ້​ປະຊາຊົນ​ເຂົ້າ​ໃຈຄວາມ​ສຳຄັນ, ບົດ​ບາດ, ສິດ​ຂອງ​ຕົນ​ໃນ​ການ​ເຂົ້າ​ຮ່ວມ​ການ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ.

        “ພວກ​ເຮົາ​ຕ້ອງ​ມີ​ປະຊາທິປະ​ໄຕ​ກັບ​ປະຊາຊົນ, ຈັດ​ຕັ້ງ​ການ​ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນຂອງ​ທົ່ວ​ຊວງ​ຊົນ ສະ​ນັ້ນ​ຕ້ອງ​ຈັດ​ຕັ້ງ​ຢ່າງ​ແທດ​ຈິງ ​ເພື່ອ​ໃຫ້​ປະຊາຊົນ​ປະຕິບັດ​ສິດ​ຕັດສິນ​ຂອງ​ຕົນ, ຫາກ​ບໍ່ນຳ​ໃຊ້​ສິດ​ຂອງສະມາຊິກ​ສະພາ​ແຫ່ງ​ຊາດ​ເພື່ອ​ລົງມະຕິ​ຕາມ​ລຳ​ພັງ​ໃຈ. ສະ​ນັ້ນ, ພວກ​ເຮົາ​ຄວນ​ປະຕິບັດ​ຢ່າງ​​ເລິກ​ເຊິ່ງ, ກວ້າງ​ແຂວງ, ຈິງ​ໃຈ ​ແລະ ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ປະຊາຊົນ​ດ້ວຍ​ຄວາມ​ນັບຖື, ຕ້ອງ​ຈັດ​ຕັ້ງ​ຢ່າງ​ມີ​ວິທະຍາສາດ, ​ມີ​ຄວາມໃກ້ຊິດ​ຕິດ​ແທດ​ກັບ​ຂັ້ນ​ຮາກ​ຖານເພື່ອ​ໃຫ້​ປະຊາຊົນ​ສາມາດ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໄດ້”.

ຂ່າວ/ບົດ​ອື່ນ