ປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບເອກອັກຄະລັດຖະທູດສ.ເກົາຫຼີແລະອີຣານ

ປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບເອກອັກຄະລັດຖະທູດສ.ເກົາຫຼີແລະອີຣານ - ảnh 1
ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ​ຕ້ອນ​ຮັບ​​ທ່ານ Lee Hyuk ເອກ​ອັກ​ຄະ​ລັດ​ຖະ​ທູດ ສ ເກົາຫຼີ 

(vovworld) –  ​ຕອນ​ເຊົ້າ​ວັນ​ທີ 23/12, ທີ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ຕ້ອນ​ຮັບ​ທ່ານ Lee Hyuk, ເອກ​ອັກ​ຄະ​ລັດ​ຖະ​ທູດ ສ. ເກົາຫຼີ ເຂົ້າ​ຢ້ຽມ​ຂ່ຳ​ນັບ. ນະ​ທີ່ນີ້, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ຊົມ​ເຊີຍ​ໃຫ້​ເອກ​ອັກ​ຄະ​ລັດ​ຖະ​ທູດ ສ. ເກົາຫຼີ ມາ​ຮັບ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດ​ນາມ ແລະ ເຊື່ອ​ໝັ້ນ​ວ່າ ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ຈະ​ປະ​ຕິ​ບັດ​ສຳ​ເລັດ​ຄວາມ​ຮັບ​ຜິດ​ຊອບ, ປະ​ກອບ​ສ່ວນ​ຊຸກ​ຍູ້ 2 ປະ​ເທດ​ມີ​ບັນ​ດາ​ການ​ພັດ​ທະ​ນາ​ໃໝ່, ຮອບ​ດ້ານ​ກ່​ວາ, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ການ​ 2 ປະ​ເທດ​ກະ​ກຽມ​ສະ​ເຫຼີມ​ສະຫຼອງ 25 ປີ​ແຫ່ງວັນ​ສ້າ​ງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ.

        ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Lee Hyuk ໃຫ້​ຮູ້​ວ່າ ລັດ​ຖະ​ບານ ສ. ເກົາຫຼີ ແລະ ສະ​ຖານ​ທູດ ສ. ເກົາຫຼີ ປະ​ຈຳ ຫວຽດ​ນາມ ພວມ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ເພີ່ມ​ທະ​ວີ​ການ​ນຳ​ເຂົ້າ​ສິນ​ຄ້າ​ຈາກ ຫວຽດ​ນາມ ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ຫລຸດ​ຜ່ອນ​ຄວາ​ມ​ຜິດ​​ດ່ຽງ​ວົງ​ເງິນ​ການ​ຄ້າ.

        ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິ​ມ​ເງິນ ໄດ້​ຕ້ອນ​ຮັບ​ທ່ານ Saleh Adibi, ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຣານ ເຂົ້າ​ຢ້ຽມ​ຂ່ຳ​ນັບ.


ຂ່າວ/ບົດ​ອື່ນ