ປະທານສະພາແຫ່ງຊາດຫງວຽນທິກິມເງິນ ເຮັດວຽກກັບກະຊວງການເງິນ

(VOVWORLD) -ຕອນເຊົ້າວັນທີ 26 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຮັດວຽກກັບກະຊວງການເງິນກ່ຽວກັບການຜັນຂະຫຍາຍປະຕິບັດມະຕິຕົກລົງວ່າດ້ວຍແຜນການການເງິນໄລຍະ 5 ປີ 2016 – 2020
ປະທານສະພາແຫ່ງຊາດຫງວຽນທິກິມເງິນ ເຮັດວຽກກັບກະຊວງການເງິນ - ảnh 1(ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ເຮັດວຽກກັບກະຊວງການເງິນ)

ການຜັນຂະຫຍາຍປະຕິບັດກົດໝາຍຕ່າງໆໃນຂະແໜງການເງິນ, ງົບປະມານສະພາແຫ່ງຊາດຫາກໍ່ຮັບຮອງເອົາ.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຮຽກຮ້ອງໃຫ້ຂະແໜງການເງິນຜັນຂະຫຍາຍບັນດາໜ້າທີ່ໃນທັນທີນັບແຕ່ຕົ້ນປີ ເພາະວ່າປີ 2018 ແມ່ນປີກາງສະໄໝ, ເຊິ່ງມີຄວາມໝາຍສໍາຄັນສໍາລັບການສໍາເລັດບັນດາເປົ້າໝາຍ ແລະ ແຜນການໄລຍະ 5 ປີທີ່ໄດ້ວາງອອກ. ໃນນັ້ນ, ມີການສຸມໃສ່ການຄຸ້ມຄອງໜີ້ສາທາລະນະ, ຊັບຊ້ອນບັນດາລັດວິສາຫະກິດຄືນໃໝ່. ບັນດາກົດໝາຍທີ່ສະພາແຫ່ງຊາດຫາກໍ່ຮັບຮອງເອົານັ້ນຄື: ກົດໝາຍວ່າດ້ວຍການຄຸ້ມຄອງ, ນໍາໃຊ້ທຶນຂອງລັດທີ່ລົງທຶນເຂົ້າໃນການຜະລິດ, ດໍາເນີນທຸລະກິດຢູ່ວິສາຫະກິດ ຕ້ອງໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ