ປະທານສະພາແຫ່ງຊາດເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ
ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ
(ພາບ: baomoi)
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງແນວໂຮມເອກະພາບແຫ່ງຊາເຫວຽດນາມ (18/11/1930 – 18/11/2015), ຕອນຄໍ່າວັນທີ 17/11, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດກັບປະຊາຊົນ 3 ຄຸ້ມຊຸມຊົນຂຶ້ນກັບຕາແສງ ເຈີນຮືງດ້າວ, ເມືອງຮ່ວານກ໋ຽມ, ຮ່າໂນ້ຍ. ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ສະເໜີໃຫ້ບັນດາຄຸ້ມຊຸມຊົນສືບຕໍ່ຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ ດ້ວຍວຽກງານແທດຈິງຫຼາຍຢ່າງ; ສະໜັບສະໜູນ, ປະຕິບັດບັ້ນຂົນຂວາຍ “ທົ່ວປວງຊົນສາມັກຄີສ້າງຊີສິດວັດທະນະທຳຄຸ້ມຊຸມຊົນ” ຢ່າງມີປະສິດທິຜົນ ແລະ ບັນດາຂະບວນການໂດຍແນວໂຮມປະເທດຊາດຫວຽດນາມ ປຸກລະດົມ, ປະກອບສ່ວນປະຕິບັດບັນດາໜ້າທີ່ການເມືອງ, ພັດທະນາເສດຖະກິດ, ວັດທະນະທຳສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ທ້ອງຖິ່ນຢ່າງມີໄຊ.