( vovworld ) - ຕອນບ່າຍວັນທີ 21/2, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໃຫ້ການຕ້ອນຮັບທ່ານ Chheang Vun ຫົວໜ້າກຳມະທິການການຕ່າງປະເທດ, ຮ່ວມມືກັບສາກົນ, ສື່ສານ ແລະ ໂທລະຄົມສະພາແຫ່ງຊາດກຳປູເຈຍ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຖືການປັບປຸງ, ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານກັບກຳປູເຈຍ ເປັນສຳຄັນ. ສະແດງຄວາມພາກພູມໃຈຕໍ່ສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງານ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດທີ່ນັບມື້ນັບກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ຢືນຢັນວ່າ, ສະພາແຫ່ງຊາດ ແລະ ລັດຖະບານຫວຽດນາມ ຍາມໃດກໍຖືສາຍພົວພັນອັນດີງາມນີ້ແມ່ນຊັບສົມບັດອັນລ້ຳຄ່າຂອງສອງປະເທດ ແລະ ຄວນສືບຕໍ່ໄດ້ຮັບການປັບປຸງ, ເພື່ອການພັດທະນາຖາວອນຂອງແຕ່ລະປະເທດ, ເພື່ອສັນຕິພາບ, ການຮ່ວມມືໃນພາກພື້ນ ແລະ ຢູ່ໃນໂລກ.
ທ່ານ Chheang Vun ຢືນຢັນວ່າ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນກຳປູເຈຍ ຍາມໃດກໍຖືເປັນສຳຄັນ ແລະ ມານະພະຍາຍາມຈົດສຸດຄວາມສາມາດຂອງຕົນເພື່ອເພີ່ມພູນຄຸນສ້າງນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ.