ປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ອວຍພອນປີໃໝ່ 2015
ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ
ອວຍພອນປີໃໝ່ທະນາຄານແຫ່ງລັດຫວຽດນາມ
|
(vovworld)- ຂະແໜງພາສີສືບຕໍ່ສ້າງລະບອບລະບຽບການໃຫ້ສົມບູນແບບ, ປະຕິຮູບດ້ານບໍລິຫານ ແລະ ສ້າງການຈັດຕັ້ງເປັນທັນສະໄໝ ປະກອບສ່ວນພ້ອມກັບທົ່ວປະເທດເຮັດສຳເລັດໜ້າທີ່ພັດທະນາເສດຖະກິດສັງຄົມປີ 2015. ກ່າວຄຳເຫັນເມື່ອລົງຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ, ພາລະກອນກົມໃຫຍ່ພາສີ ເມື່ອຕອນບ່າຍ 24/2 , ທ່່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ສະເໜີຂະແໜງພາສີສືບຕໍ່ສູ້ຊົນເພື່ອປະກອບສ່ວນພ້ອມກັບ ທົ່ວປະເທດເຮັດສຳເລັດໜ້າທີ່ພັດທະນາເສດຖະກິດສັງຄົມປີ 2015 ແລະ ໃນຊຸມປີຕໍ່ໆໄປ. ເນື່ອງໃນໂອກາດນີ້, ທ່່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ເຂົ້າຮ່ວມ ແລະ ຕັດແຖບຜ້າເປີດຫໍພິພິທະພັນພາສີຫວຽດນາມ.
ກ່ອນໜ້ານັ້ນ, ຄືໃນຕອນເຊົ້າວັນທີ 24/2 (ກົງກັບວັນທີ 6 ຂອງບຸນເຕັດປີມະແມ), ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ໄດ້ລົງຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ, ພາລະກອນ, ລັດຖະກອນຫ້ອງວ່າການສະພາແຫ່ງຊາດ, ທະນາຄານແຫ່ງລັດຫວຽດນາມ. ເມື່ອອວຍພອນປີໃໝ່ພະນັກງານ ພາລະກອນ, ລັດຖະກອນຫ້ອງວ່າການສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ຖືວ່າ: ກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງໃນເງື່ອນໄຂເສດຖະກິດພາຍໃນປະເທດ ແລະ ໂລກຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ພະນັກງານ, ພາລະກອນ, ລັດຖະກອນຫ້ອງວ່າການສະພາແຫ່ງຊາດ ສືບຕໍ່ສາມັກຄີ, ຮ່ວມແຮງຮ່ວມໃຈປະຕິບັດສຳເລັດໜ້າທີ່ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນມອບໝາຍ; ປະກອບສ່ວນເຂົ້າໃນການຈັດຕັ້ງສະເຫຼີມສະຫຼອງບັນດາເຫດ ການທີ່ສຳຄັນຂອງປະເທດໃນປີ 2015 ຢ່າງແທດຈິງ. ເມື່ອຢ້ຽມຢາມ ແລະ ອວຍພອນພະນັກງານ, ພາລະກອນ, ລັດຖະກອນທະນາຄານແຫ່ງລັດຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ຖືວ່າ: ປີ 2015 ເສດຖະກິດພາຍໃນປະເທດ ແລະ ໂລກຍັງຄົງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ທະນາຄານແຫ່ງລັດຄວນສືບຕໍ່ດັດປັບເງິນຕາຢ່າງມີໄຫວພິບ ແລະ ມີປະສິດທິຜົນປະກອບສ່ວນປະຕິບັດບັນດາຈຸດໝາຍພັດທະນາເສດຖະກິດ-ສັງຄົມຢ່າງມີໄຊ, ນຳປະເທດຊາດເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ.