ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເຮັດວຽກກັບອົງການໄອຍະການ ປະຊາຊົນສູງສຸດ

ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເຮັດວຽກກັບອົງການໄອຍະການ ປະຊາຊົນສູງສຸດ - ảnh 1
ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເຮັດວຽກກັບອົງການໄອຍະການປະຊາຊົນສູງສຸດ
(ພາບ: ອີນເຕີເນັດ)

(vovworld) – ​ໃນ​ການ​ເຮັດ​ວຽກ​ເມື່ອ​ເຊົ້າ​ວັນ​ທີ 2/3 ກັບ​ອົງການໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮູ່ງ ສະ​ເໜີ​ໃຫ້​ຂະ​ແໜງ​​ໄອ​ຍະການ​ປະຊາຊົນ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່, ​ເຄື່ອນ​ໄຫວ​ປະຕິບັດ​ພາລະ​ໜ້າ​ທີ່​ປະຕິບັດ​ສິດ ​ໄອ​ຍະ​ການ ​ແລະ ກວດກາ​ການ​ເຄື່ອນ​ໄຫວ​ຍຸຕິ​ທຳ​ໃຫ້​ດີກ່ວາ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຊີ້ແຈງ​ວ່າ: ພາລະ​ໜ້າ​ທີ່ຂອງ​ອົງການໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ໄດ້​ກຳນົດ​ຢ່າງ​ລະອຽດ​ໃນ​ເນື້ອ​ໃນ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ​ເພີ່ມ​ເຕີມ. ດັ່ງ​ນັ້ນ, ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ​​ໄອ​ຍະ​ການ, ຄຸນ​ນະພາ​ບ​ກວດກາ, ​ອົງການໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ຄວນ​ຄົ້ນ​ຄ້ວາ​ເພີ່ມ​ເຕີມ, ອ້າງ​ເຫດຜົນຄື​ແນວ​ໃດ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ສິດ​ນິຕິບັນຍັດ, ປະຕິບັດ​ກົດໝາຍ​ໃນ​ລັດຖະທຳ​ມະນູນ ​ແລະ ​ໃນ​ປະມວນກົດໝາຍຢ່າງ​ຈະ​ແຈ້ງ.  ​ຈາກ​ນັ້ນ, ​ເມື່ອສະພາ​ແຫ່ງ​ຊາດ​ປະກາດ​ໃຫ້​ກົດໝາຍ​ແມ່ນ​ຕ້ອງ​ຮັບປະກັນ​​ຖືກຕ້ອງ ​ແລະ ​ເໝາະ​ສົມ​ກັບ​ລັດຖະທຳ​ມະນູນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຊີ້​ແຈ້ງວ່າ:

“​ອົງການໄອ​ຍະ​ການ​ ​ແມ່ນ​ອົງການທີ່ເຄື່ອນ​ໄຫວ​ຕາມ​ກົດໝາຍ​ຂອງ​ປະຊາຊົນ, ປະຕິບັດ​ສິດ​ຂອງ​ປະຊາຊົນ ​ເພື່ອ​ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຍຸຕິ​ທຳ, ຢູ່​ບ່ອນໃດ​ມີ​ການ​ປະຕິບັດ​ການ​ເຄື່ອນ​ໄຫວ​ຍຸຕິ​ທຳ ຂະ​ແໜງ​ໄອ​ຍະ​ການ​ຕ້ອງ​ປະຕິບັດ​ສິດ​ນັ້ນ. ຂ້າພະ​ເຈົ້າ​ຖື​ວ່າ: ສິດ ​ໄອ​ຍະ​ການ ​ແລະ ສິດ​ກວດກາ​ຍຸຕິ​ທຳ​ຢູ່​​ອົງການໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ຄວນ​ຮັກສາ​ໄວ້, ຮັບປະກັນ ​ແລະ ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ ​ເພື່ອ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ສູນ​ກາງ​ພັກກອມ​ມູນິດ​ຫວຽດນາມ ຊຸດ​ທີ 11 ​ເປັນ​ຢ່າງ​ດີ, ​ເຮັດຄື​ແນ​ວນັ້ນ​ພວກ​ເຮົາ​ທັງຜັນ​ຂະຫຍາຍ​ຖືກ​ກັບຈິດ​ໃຈ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ​ທັງຖືກ​ຕ້ອງ​ກັບ​ທິດ​ສະ​ດີ​ພຶດຕິ​ກຳຕົວ​ຈິງ​ຂອງ​ພວກ​ເຮົາ​ໃນ​ປະຈຸ​ບັນ ”

        ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຮຽກຮ້ອງ​ໃຫ້​ຂະ​​ແໜງ​ໄອ​ຍະການຜັນ​ຂະຫຍາຍ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ກ່ຽວ​ກັບ​ວຽກ​ງານ​ສ້າງ​ພັກ​ໃນ​ທົ່ວ​ຂະ​ແໜງ​​ໄອ​ຍະ​ການ ຢ່າງ​ເດັດຂາດ ​ແລະ ຄົບ​ຊຸດ, ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນໃຫ້​ແກ່​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ເວົ້າ​ລວມ ​ແລະ ການ​ເຄື່ອນ​ໄຫວ​​ໄອ​ຍະ​ການ​ເວົ້າ​ສະ​ເພາະ.

 

ຂ່າວ/ບົດ​ອື່ນ