ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບປະທານາທິບໍດີ ຈີເລ

(VOVWORLD) -  ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນບັນດາມາດຕະການເພີ່ມທະວີການຮ່ວມມືຂອງລັດຖະບານ 2 ປະເທດ, ໃຫ້ສັດຕະຍາບັນບັນດາເອກະສານເຊິ່ງ 2 ປະເທດລົງນາມໂດຍໄວເພື່ອແນໃສ່ສ້າງຂອບນິຕິກຳສະດວກທີ່ສຸດໃຫ້ແກ່ບັນດາການເຄື່ອນໄຫວຮ່ວມມື 2 ຝ່າຍ. 
ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບປະທານາທິບໍດີ ຈີເລ - ảnh 1 ທ່ານນາງ Michelle Bachelet ແລະ ທ່ານນາງ ຫງວຽນທິກິມເງິນ 

ຕອນບ່າຍວັນທີ 9 ພະຈິກ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະເຈລະຈາກັບທ່ານນາງ Michelle Bachelet, ປະທານາທິບໍດີ ສ. ຈີເລ. ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢັ້ງຢືນວ່າ: ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນບັນດາມາດຕະການເພີ່ມທະວີການຮ່ວມມືຂອງລັດຖະບານ 2 ປະເທດ, ໃຫ້ສັດຕະຍາບັນບັນດາເອກະສານເຊິ່ງ 2 ປະເທດລົງນາມໂດຍໄວເພື່ອແນໃສ່ສ້າງຂອບນິຕິກຳສະດວກທີ່ສຸດໃຫ້ແກ່ບັນດາການເຄື່ອນໄຫວຮ່ວມມື 2 ຝ່າຍ. ຜ່ານນັ້ນ ປະກອບສ່ວນນຳການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ຈີເລ ໃຫ້ນັບມື້ນັບພັດທະນາ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ.

        ສ່ວນທ່ານນາງ Michelle Bachelet, ປະທານາທິບໍດີ ສ. ຈີເລເນັ້ນໜັກວ່າ: ໃນໄລຍະປະຈຸບັນ, 2 ປະເທດຄວນສືບຕໍ່ຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະ ກັນ, ເປັນຕົ້ນແມ່ນໃນເງື່ອນໄຂພ້ອມກັນປະເຊີນໜ້າກັບບັນດາສິ່ງທ້າທາຍລວມຄື ການປ່ຽນແປງຂອງດິນຟ້າອາກາດ, ບັນດາສິ່ງທ້າທາຍໃນການເຊື່ອມໂຍງເຂົ້າກັບສາກົນ…, ສືບຕ່ໍສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສຫຼາຍຝ່າຍ, ຊຸກຍູ້ການຮ່ວມມືເສດຖະກິດ - ການຄ້າ, ວັດທະນະທຳ ແລະ ການທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ