ປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ການຕ້ອນຮັບ ພະນັກງານການທູດ
(ພາບ:nguyensinhhung.net)
( vovworld ) – ຕອນບ່າຍວັນທີ 9/4, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ໄດ້ໃຫ້ການຕ້ອນຮັບພະນັກງານ 25 ທ່ານ ທີ່ຫາກໍໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແລະ ຫົວໜ້າກົງສູນຫວຽດນາມ ຢູ່ຕ່າງປະເທດ. ທ່ານປະທານສະພາແຫ່ງຊາດຊີ້ແຈ້ງວ່າ ດ້ວຍທີ່ຕັ້ງພິເສດຂອງຕົນ, ບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ຢູ່ຕ່າງປະເທດ ມີບົດບາດສຳຄັນ ໃນການປະກອບສ່ວນວາງແຜນກຳນົດ, ສ້າງນະໂຍບາຍພັດທະນາເສດຖະກິດສັງຄົມ ແລະ ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບຂອງປະເທດຊາດ. ທ່ານປະທານສະພາແຫ່ງຊາດສະເໜີໃຫ້ບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ຢູ່ຕ່າງປະເທດ ຈົ່ງຊາບຊືມບັນດາເອກະສານ, ມະຕິຂອງກອງປະຊຸມໃຫ່ຍພັກກອມມູນິດຫວຽດນາມ ທົ່ວປະເທດຄັ້ງທີ 11 ເປັນຢ່າງດີ; ກຳແໜ້ນທັດສະນະ, ແນວທາງ, ນະໂຍບາຍຂອງພັກກ່ຽວກັບວຽກງານທາງການທູດ; ຊຸກຍູ້ບັນດາໂຄງການຮ່ວມມືສອງຝ່າຍ, ຫຼາຍຝ່າຍຢ່າງແຮງ, ຮັບໃຊ້ໃຫ້ແກ່ພາລະກິດສ້າງສາ, ພັດທະນາ ແລະ ເຊື່ອມໂຍງເຂົ້າກັບໂລກຂອງປະເທດຊາດ. ພ້ອມກັນນັ້ນກໍຕັ້ງໜ້າຍູ້ແຮງການພັດທະນາການພົວພັນດ້ານການທູດປະຊາຊົນກ່ວາອີກ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນຫວຽດນາມ ແລະ ເພື່ອນມິດສາກົນ.