ປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ເຮັດວຽກຢູ່ແຂວງ ຫວີງລອງ

(VOVWORLD) -ຕອນບ່າຍວັນທີ 27 ກໍລະກົດ, ຄະນະປະຕິບັດງານ ໂດຍທ່ານປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ບູຍວັນເກືອງ ນຳໜ້າ, ໄດ້ເຮັດວຽກກັບສະຫະພັນແຮງງານແຂວງ ຫວີງລອງ 
ປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ເຮັດວຽກຢູ່ແຂວງ ຫວີງລອງ - ảnh 1ທ່ານປະທານສະຫະພັນໃຫຍ່ແຮງງານ ບູຍວັນເກືອງ ເຮັດວຽກກັບສະຫະພັນແຮງງານແຂວງ ຫວີງລອງ  (ພາບ:  Tr.L)

ກ່ຽວກັບການເຄື່ອນໄຫວກຳມະບານໃນ 6 ເດືອນຕົ້ນປີ ແລະ ໜ້າທີ່ 6 ເດືອນທ້າຍປີ 2017. ທີ່ການເຮັດວຽກ, ທ່ານປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ບູຍວັນເກືອງ ໄດ້ຮັບຮູ້ ແລະ ຍ້ອງຍໍບັນດາໝາກຜົນທີ່ບັນລຸໄດ້ຂອງສະຫະພັນແຮງງານແຂວງ ຫວີງລອງ ໃນ 6 ເດືອນຕົ້ນປີ 2017. ທ່ານປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ບູຍວັນເກືອງ ໃສ່ໃຈວ່າ ບັນດາການເຄື່ອນໄຫວກຳມະບານຂອງແຂວງ ຄວນເອົາໃຈໃສ່ເຂົ້າຫົວເລື່ອງຂອງປີ ເພື່ອຜົນປະໂຫຍດຂອງສະມາຊິກກຳມະບານ. ດ້ວຍການເຄື່ອນໄຫວເບິ່ງແຍງດູແລຢ່າງແທດຈິງ ໃຫ້ຊາວຜູ້ອອກແຮງກ່ຽວກັບທາງດ້ານວັດຖຸ, ຈິດໃຈ ແລະ ການເມືອບັນດາອົງການກຳມະບານງ ຈະດຶງດູດຜູ້ອອກແຮງງານເຂົ້າຮ່ວມ ແລະ ຜູກພັນກັບອົງການ.


ຕອບກັບ

ຂ່າວ/ບົດ​ອື່ນ