ທ່ານ Mohamed Morsi ປະທານາທິບໍດີຄົນໃຫມ່ຂອງ ອີຢີບ
ພາບ:internet |
(vovword) ຕອນຄຳ່ວັນທີ 24/6, ໃນບົດປາໄສທຳອິດຜ່ານໂທລະພາບ ພາຍຫລັງສອງສາມຊົ່ວໂມງທີ່ຮັບໄຊຊະນະໃນການເລືອກຕັ້ງ, ທ່ານ Mohamed Morsi ປະທານາທິບໍດີຄົນໃຫມ່ຂອງ ອີຢີບ ໄດ້ຮຽກຮ້ອງໃຫ້ປະຊາຊົນໃນທົ່ວປະເທດຕ້ອງເປັນເອກະພາບ ແລະ ໃຫ້ຄຳໝັ້ນໝາຍວ່າ: ຈະເປັນຜູ້ນຳຂອງປະຊາຊົນ ອີຢີບ ທັງໝົດ. ທ່ານ Mohamed Morsi ຖືວ່າ: ຄວາມສາມັກຄີທ່ົວປວງຊົນທັງຊາດ ແມ່ນເສັ້ນທາງຫນຶ່ງດຽວທີ່ຈະນຳ ອີຢີບ ຫລຸດພົ້ນອອກຈາກໄລຍະວິກິດການປະຈຸບັນ. ທ່ານ Mohamed Morsi ຢືນຢັນວ່າ: ອີຢີບ ປາດຖະຫນາຢາກມີຄວາມສັນຕິພາບ ແລະ ຈະສ້າງສາຍພົວພັນກັບທຸກກຳລັງສາກົນ ໂດຍອີງໃສ່ບັນດາຜົນປະໂຫຍດລວມ ແລະ ເຄົາລົບເຊິ່ງກັນ ແລະ ກັນ.
ພາຍຫລັງ ອີຢີບ ປະກາດໝາກຜົນການເລືອກຕັ້ງປະທານາທິບໍດີ, ທ່ານ ເລຂາທິການໃຫຍ່ ສະຫະປະຊາຊາດ Bankimun ສະແດງຄວາມຫວັງວ່າ ຜູ້ນຳໃຫມ່ຂອງອີຢີບ ຈະສ້າງລັດໃຫ້ວັດທະນາຖາວອນ ແລະ ມີຄວາມສະຖຽນລະພາບ, ຕອບສະຫນອງບັນດາຄວາມມຸ່ງມາດປາດຖະຫນາຂອງປະຊາຊົນປະເທດນີ້.