(ທ່ານປະທານາທິບໍດີບຸນກາຣີ Rosen Plevneliev)
(vovworld) - ທ່ານປະທານາທິບໍດີບຸນກາຣີ Rosen Plevneliev ຈະມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 27 – 31 ຕຸລາ 2013. ເນື່ອງໃນໂອກາດນີ້, ເມື່ອຕອບສຳພາດຕໍ່ນັກຂ່າວຫວຽດນາມ ກ່ຽວກັບແງ່ວັງການພົວພັນຮ່ວມມືລະຫວ່າງ 2 ປະເທດ, ທ່ານປະທານາທິບໍດີ Plevneliev ໃຫ້ຮູ້ວ່າ: ໃນການຢ້ຽມຢາມຫວຽດນາມ ຄັ້ງທີ່ຈະມາເຖິງນີ້, 2 ປະເທດຈະລົງນາມໃນບັນດາສັນຍາຮ່ວມມື 2 ຝ່າຍ, ເປີດບັນດາກາລະໂອກາດໃໝ່ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືລະຫວ່າງ 2 ປະເທດ. ທ່ານປະທານາທິບໍດີ Plevneliev ເນັ້ນໜັກວ່າ: ຫວຽດນາມ - ບຸນກາຣີ ຕ້ອງມານະພະຍາຍາມຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ຫັນການຄ້າ 2 ຝ່າຍເປັນຫຼາຍຮູບຫຼາຍແບບກວ່າອີກ. ບົນຈິດໃຈດັ່ງກ່າວ, ໃນການຢ້ຽມຢາມຫວຽດນາມ ຄັ້ງນີ້, ບຸນກາຣີ ຈະເປີດຫ້ອງການການຄ້າ ແລະ ເສດຖະກິດ ຢູ່ນະຄອນໂຮ່ຈິມິນ. 2 ຝ່າຍຕ້ອງມຸ່ງໄປເຖິງຈຸດໝາຍເພີ່ມທະວີບັນດາແຫຼ່ງເງິນລົງທຶນຂອງຫວຽດນາມ ຢູ່ບຸນກາຣີ ແລະ ກົງກັນຂ້າມ.