ປະທານາທິບໍດີ​ຝະລັ່ງ ​ ແລະ​ນາຍົກລັດຖະມົນຕີ​ເຢັຍລະ​ມັນ ​ພົບປະກັນຢູ່ປາຣີ

   ວັນ​ທີ 5/12, ປະທານາທິບໍດີ​ຝະລັ່ງ ​ແລະ​ນາຍົກລັດຖະມົນຕີ​ເຢັຍລະ​ມັນ​ໄດ້​ມີ​ການ​ເຮັດ​ວຽກ​ຢູ່ປາຣີ​ເພື່ອ​ສະ​ແຫວ​ງຫາ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ຫລາຍ​ທັດສະນະ​ທີ່​ຍັງ​ກົງກັນຂ້າມ. ການ​ນຳ​ສອງ​ພື້ນຖານ​ເສດຖະກິດ​ຫລັກ​ແຫ​ລ່ງ​ໃນ​ພາກ​ພື້ນ​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ສົນທິສັນຍາ​ເອີ​ລົບ​ສະບັບ​ໃໝ່. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຮ່ວມ, ປະທານນາທິບໍດີ​ຝະລັ່ງ Nicola Saccodi ​ໃຫ້​ຮູ້​ວ່າ:    “ພວກ​ຂ້າພະ​ເຈົ້າຢາກ​ໃຫ້​ສະພາບ​ການ​ຮ້າຍ​ແຮງ​ຄື​ປະຈຸ​ບັນ​ຢູ່​ເອີ​ລົບ​ຈະ​ບໍ່​ເກີດ​ຂຶ້ນ​ອີກ. ນັ້ນ​ແມ່ນ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ​ຝະລັ່ງ ​ແລະ​ເຢັຍລະ​ມັນ. ​ແລະ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ດັ່ງກ່າວ, ສອງ​ປະ​ເທດ​ພ້ອມ​ກັນສະ​ຫນັບ​ສະ​ໜູນ​ສົນທິສັນຍາ​ເອີ​ລົບ​ສະບັບ​ໃໝ່”.

  ນອກຈາກ​ນັ້ນ​ແລ້ວ, ປະທານາທິບໍດີ​ຝະລັ່ງ ​ແລະ​ນາຍົກລັດຖະມົນຕີ​ເຢັຍລະ​ມັນ ກໍ່​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເປັນ​ເອກະ ສັນກ່ຽວ​ກັບຫລາຍ​ມາດ​ຕະການ​ອື່ນໆ​ເພື່ອ​ແກ້​ໄຂ​ວິ​ກິດ​ການ ​​ແລະ​ຈະຊຸກຍູ້​ກົນ​ໄກ​ຮັກສາ​ເອີ​ລົບ​ເປັນ​ປົກກະຕິ ຊື່​ງມີ​ຜົນ​ບັງຄັບ​ໃຊ້​ໃນ​ປີ 2012 ​ແທນ​ໃຫ້​ປີ 2013 ຄື​ແຜນການ​ໃນ​ເບື້ອງ​ຕົ້ນ.

ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳ​ຝະລັ່ງ
ຂ່າວ/ບົດ​ອື່ນ