ທ່ານນາງປະທານາທິບໍດີ ສ. ເກົາຫຼີ Park Geun – hye
(ພາບ: scmp.com)
(vovworld) – ວັນທີ 23/12, ທ່ານນາງປະທານາທິບໍດີ ສ. ເກົາຫຼີ Park Geun – hye ຢັ້ງຢືນວ່າ: ລັດຖະບານປະເທດນີ້ຈະສືບຕໍ່ມານະພະຍາຍາມໂອ້ລົມສົນທະນາກັບ ສປປ. ເກົາຫຼີ, ໃຫ້ຄຳໝັ້ນສັນຍາຕັ້ງໜ້າກະກຽມໃຫ້ແກ່ພາລະກິດທ້ອນໂຮມ 2 ພາກເກົາຫຼີ ໃຫ້ເປັນເອກະພາບນັບແຕ່ປີ 2015. ກ່າວຄຳເຫັນທີ່ການປະຊຸມຂອງຄະນະລັດຖະບານ, ທ່ານນາງປະທານາທິບໍດີ Park ເນັ້ນໜັກວ່າ: Seoul ຈະສືບຕໍ່ມານະພະຍາຍາມໂອ້ລົມສົນທະນາກ່ຽວກັບການພົວພັນລະຫວ່າງ 2 ພາກເກົາຫຼີບົນຈິດໃຈສັດຊື່ບໍລິສຸດ, ເປີດອົກເປີດໃຈ ແລະ ປະຕິບັດຕາມຫຼັກການຕ່າງໆ. ທ່ານນາງ Park ໃຫ້ຄຳໝັ້ນສັນຍາຕັ້ງໜ້າກະກຽມໃຫ້ການທ້ອນໂຮມ 2 ພາກ ເກົາຫຼີໃຫ້ເປັນເອກະພາບໃນອະນາຄົດນັບແຕ່ປີ 2015, ພ້ອມທັງໃຫ້ຮູ້ວ່າ: ສ. ເກົາຫຼີ ຈະກະກຽມສະໜອງບັນດາການໜູນຊ່ວຍທີ່ຈຳເປັນໃຫ້ແກ່ປະຊາຊົນ ສປປ. ເກົາຫຼີ. ທ່ານນາງ Park ເນັ້ນໜັກວ່າ: ສປປ ເກົາຫຼີ ເປັນເອກະພາບຈະແມ່ນ “ຄວາມວັດທະນາຖາວອນ” ໃຫ້ແຫຼມ ເກົາຫຼີ, ໃຫ້ແກ່ພາກພື້ນ ແລະ ກໍ່ຄືສຳລັບໂລກ.