(vovworld) – ເນື່ອງໃນໂອກາດສິ້ນສຸດໜ້າທີ່ການທູດຢູ່ຫວຽດນາມ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອັງໂກລາ ໂດ້ບ໋າຄວາ, ເຂົ້າຢ້ຽມອຳລາທ່ານປະທານາທິບໍດີອັງໂກລາ Josse Eduardo dos Santos. ທີ່ການຕ້ອນຮັບ, ທ່ານປະທານາທິບໍດີອັງໂກລາ ໄດ້ຕີລາຄາສູງບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້ໃນພາລະກິດປ່ຽນໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ ແລະ ທ່ີຕັ້ງບົດບາດຂອງຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນເວທີສາກົນ. ລັດຖະບານອັງໂກລາ ແລະ ພັກຂະບວນການປະຊາຊົນປົດປ່ອຍອັງໂກລາ ກຳອຳນາດ ປາດຖະໜາຢາກເຮັດໃຫ້ການພົວພັນໃນທຸກຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໃຫ້ເລິກເຊິ່ງຂຶ້ນຕື່ມ.