ປະທານາທິບໍດີອາເມລິກາປະກາດຍຸດທະສາດປ້ອງກັນຄວາມສະຫງົບແຫ່ງຊາດປີ2015

ປະທານາທິບໍດີອາເມລິກາປະກາດຍຸດທະສາດປ້ອງກັນຄວາມສະຫງົບແຫ່ງຊາດປີ2015 - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B.Obama
ພາບ:internet

(vovworld)- ວັນ​ທີ 6/2, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ໄດ້​ປະ​ກາດ​ຍຸດ​ທະ​ສາດ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ແຫ່ງ​ຊາດ​ປີ 2015 ເປັນ​ການ​ກຳ​ນົດ​ທິດ​ໃຫ້​ແກ່​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດນີ້ ໃນ 2 ປີ​ກຳ​ອຳ​ນາດ​ທີ່​ຍັງ​ເຫລືອ​. ນີ້​ແມ່ນ​ຍຸດ​ທະ​ສາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ ທີ​ສອງ ແລະ ກໍ​ແມ່ນ​ຍຸດ​ທະ​ສາດ​ສຸດ​ທ້າຍ​ຂ​ອງ​ປະ​ທ​າ​ນາ​ທິ​ບໍ​ດີ Obama. ຍຸດ​ທະ​ສາດ​ໃຫມ່ນີ້ ມີ​ຊື່​ວ່າ “ຍຸດ​ທະ​ສາດ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ແຫ່ງ​ຊາດ​ປີ 2015” ລວມ​ມີ 29 ຫນ້າ ໄດ້​ສົ່ງ​ເຖິງ​ປະ​ທານ​ສະ​ພາ​ສູງ ແລະ ສະ​ພາ​ຕ່ຳ, ໃນ​ນັ້ນ ກຳ​ນົດ​ວ່າ ອາ​ເມ​ລິ​ກາ ຍັງ​ສືບ​ຕໍ່​ຮັກ​ສາ ບົດ​ບາດ​ນຳ​ພາ​ໂລກ ແຕ່ຍອມ​ຮັບ​ວ່າ ກຳ​ລັງ​ແຮງ​ຂອງ​ອາ​ເມ​ລິ​ກາ ຍັງ​ຈຳ​ກັດ​ຢູ່, ສະ​ນັ້ນ ບໍ່​ສາດ​ມາດແກ້​ໄຂ​ສິ່ງ​ທ້າ​ທາຍ​ຄວາມ​ສະ​ຫງົບ​ທົ່ວ​ໂລກ​ໃນ​ສະ​ພາບ​ການ​ສັບ​ສົນ ແລະ ຍາກ​ທີ່​ຄາດ​ຄະ​ເນ​ໄດ້​ຄື​ປະ​ຈຸ​ບັນ ດ້ວຍ​ຕົນ​ເອງ​ໄດ້.

ຂ່າວ/ບົດ​ອື່ນ