ທ່ານປະທານາທິບໍດີ ອາເມລິກາ Barack Obama
(ພາບ: baotintuc.vn)
(vovworld) - ກ່າວຄຳເຫັນທີ່ການປະຊຸມຂ່າວສຸດທ້າຍຂອງປີ 2014, ວັນທີ 19/12, ທ່ານປະທານາທິບໍດີ ອາເມລິກາ Barack Obama ຖະແຫຼງຈະປຶກສາຫາລືກັບສະພາແຫ່ງຊາດກ່ຽວກັບເລື່ອງຜ່ອນຄາຍບັນດາຄຳສັ່ງຂວ້ຳບາດເຊິ່ງ ອາເມລິກາ ໄດ້ຈັດວາງກັບ ກູບາ ເຖິງວ່າວິວັດການນີ້ຈະເສຍເວລາຫຼາຍຈຶ່ງບັນລຸໄດ້ໝາກຜົນກໍ່ຕາມ. ທ່ານປະທານາທິບໍດີ Obama ຖືວ່າ: ສະພາແຫ່ງຊາດອາເມລິກາ ຈະຕ້ອງມີເວລາເພື່ອຄິດໄລ່ຊັ່ງຊາເຖິງບັນຫານີ້. ທ່ານປະທານາທິບໍດີ Obama ຫວັງວ່າ ກູບາ ຈະມີການປ່ຽນແປງຫຼາຍຢ່າງພາຍຫຼັງ 2 ປະເທດສ້າງການພົວພັນເປັນປົກກະຕິ. ເຖິງຢ່າງໃດກໍ່ຕາມ, ບັນດາການປ່ຽນແປງນີ້ຈະ ດຳເນີນໄປຢ່າງຊັກຊ້າ ແລະ ຕາມວິວັດທະນາການຫາກບໍ່ແມ່ນດຳເນີນໄປຢ່າງຟ້າວຝັງ. ທ່ານປະທານາທິບໍດີ ອາເມລິກາ ປະຕິເສດຄວາມສາມາດດຳເນີນການຢ້ຽມຢາມ ເຊິ່ງກັນແລະກັນຂອງການນຳ 2 ປະເທດ ໂດຍໄວ, ຖືວ່າ “ນັ້ນແມ່ນວຽກງານໃນອະນາຄົດ”.