ປະທານາທິບໍດີອາເມລິກາໃຫ້ຄຳໝັ້ນສັນຍາລືບຊື່ປະເທດກູບາອອກຈາກບັນຊີລາຍຊື່ບັນດາປະເທດໜູນຊ່ວຍກໍ່ການຮ້າຍໂດຍໄວ

ປະທານາທິບໍດີອາເມລິກາໃຫ້ຄຳໝັ້ນສັນຍາລືບຊື່ປະເທດກູບາອອກຈາກບັນຊີລາຍຊື່ບັນດາປະເທດໜູນຊ່ວຍກໍ່ການຮ້າຍໂດຍໄວ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama
(ພາບ: AFP/TTXVN)

(vovworld) –  ​ວັນ​ທີ 7/4, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ມີ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​​ລ​ລົບ​ຊື່ປະ​ເທດ ກູ​ບາ ອອກ​ຈາກ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດ ໜູນ​ຊ່ວຍ​ການກໍ່​ການ​ຮ້າຍ​ໂດຍ​ໄວ ພາຍຫຼັງ​ໄດ້​ຮັບ​ບົດ​ຕີ​ລາ​ຄາ​ຈາ​ກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ. ທ່ານ Obama ກໍ່​ຢັ້ງ​ຢືນ​ວ່າ: ທ່າ​ນ​ຈະ “ມີ​ການ​ກະ​ທຳ​ໃນ​ທັນ​ທີ” ພາຍຫຼັງ​ໄດ້​ຮັບ​ການ​ການ​ຕີ​ລາ​ຄາ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ. ເຈົ້າ​ຂອງ​ທຳ​ນຽບ​ຂາວ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: 2 ປະ​ເທ​ດ​ພວມ​​ຢືນ​ຢູ່​ຕໍ່​ໜ້າ​ກາ​ລະ​ໂອ​ກາດ​ ເພື່ອ​ແກ້​ໄຂ​ບັນ​ຫາ​ຢ່າງແທ​ດ​ຈິງ ພ້ອມ​ທັງ​ໃຫ້​ຮູ້​ວ່າ: ວໍ​ຊິງ​ຕັນ ຈະ​ສືບ​ຕໍ່​ຊຸກ​ຍູ​້​ເນື້ອ​ໃນ​ດັ່ງ​ກ່າວ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ກໍ່​ສະ​ແດງ​ຄວາມ​ຫວັງ​ຈະ​ເປີດ​ສະ​ຖານ​ທູ​ດ ອາ​ເມ​ລິ​ກາ ປະ​ຈຳ ກູ​ບາ ໂດຍ​ໄວ, ເລີ່ມ​​ຕົ້ນເຄື່ອນ​ໄຫວ​ການ​ຕິດ​ຕໍ່​ພົວ​ພັນ ແລະ ​ພົວ​ພັນແລກ​ປ່ຽນ​ລະ​ຫວ່າງ 2 ປະ​ເທດ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈເປັນ​ປະ​ຈຳ​.

​​


ຂ່າວ/ບົດ​ອື່ນ