ທ່ານປະທານາທິບໍດີ ຈີເລ
Sebastian Pinera Echenique
|
( vovworld ) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ, ວັນທີ 21/3, ທ່ານປະທານາທິບໍດີ ຈີເລ Sebastian Pinera Echenique, ໄດ້ເດີນທາງມາຮອດນະຄອນຫຼວງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 21 – 25/3/2012.
ຮ່ວມເດີນທາງພ້ອມກັບຄະນະມີທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ຈີເລ ປະຈຳ ຫວຽດນາມ Fernando Jose Urrutia, ຫົວໜ້າກົມໃຫຍ່ອາຊີ - ປາຊີຟິກ, ລັດຖະມົນຕີການຕ່າງປະເທດ ຈີເລ ທ່ານ Jose Miguel de la Cruz ແລະ ສະມາຊິກສະພາສູງ, ອະດີດປະທານາທິບໍດີ ສ.ຈີເລ ທ່ານ Eduaro Frei.